ຜູ້ມີສິດເລືອກຕັ້ງບັນດາປະເທດເອີລົບສືບຕໍ່ໄປປ່ອນບັດເລືອກຕັ້ງລັດຖະສະພາເອີລົບ

(VOVWORLD) -ວັນທີ 25 ພຶດສະພາ, ການເລືອກຕັ້ງລັດຖະສະພາເອີລົບ (EP) ໄດ້ກ້າວເຂົ້າສູ່ມື້ທີ 3, ໃນນັ້ນບັນດາຜູ້ມີສິດເລືອກຕັ້ງປະເທດ: ມານຕາ, ສະໂລວາກີ ແລະ ລາດເວຍ ກໍໄດ້ປ່ອນບັດເພື່ອເລືອກເອົາບັນດາຜູ້ຕາງໜ້າໃຫ້ປະເທດຕົນຢູ່ອົງການສ້າງກົດໝາຍເອີລົບ.

ກ່ອນໜ້ານັ້ນ, ໃນວັນທີ 23 – 24 ພຶດສະພາ, ຜູ້ມີສິດເລືອກຕັ້ງບັນດາປະເທດ ອັງກິດ, ໂຮນລັງ, ອຽກລັງ ແລະ ສ.ເຊັກໂກ ກໍ່ໄດ້ໄປປະຕິບັດສິດພົນລະເມືອງຂອງຕົນ.

        ບັນດາການຢັ່ງຫາງສຽງກ່ອນການປ່ອນບັດລ້ວນແຕ່ຊີ້ໃຫ້ເຫັນວ່າ, ຝ່າຍ ປະຊານິຍົມ ແລະ ຂວາຈັດ ທີ່ຄັດຄ້ານການເຂົ້າເມືອງອາດສາມາດຍາດໄດ້ຈຳນວນບັດສະໜັບສະໜູນເປັນຈຳນວນຫຼວງຫຼາຍ. ເຖິງຢ່າງໃດກໍ່ຕາມ, ການສຳຫຼວດຢູ່ນອກຫ້ອງປ່ອນບັດຢູ່ໂຮນລັງ ໃນວັນທີ 23 ພຶດສະພາ ຊີ້ໃຫ້ເຫັນວ່າ ຝ່າຍຊ້າຍ ສະໜັບສະໜູນ EU ບັນລຸຜົນສຳເລັດຢ່າງກະທັນຫັນ ແລະ ຍາດໄດ້ທີ່ນັ່ງຫຼາຍທີ່ສຸດໃນການເລືອກຕັ້ງ EP.

ຕອບກັບ

ຂ່າວ/ບົດ​ອື່ນ