ຜູ້ມີສິດເລືອກຕັ້ງເຊື່ອໝັ້ນການເຕີບໂຕ GDP ບັນລຸຄາດໝາຍ 6,7%

(VOVWORLD) - ຜູ້ມີສິດເລືອກຕັ້ງມີຄວາມປະເອີບໃຈກ່ຽວກັບບັນດາມາດຕະການເພື່ອຄວບຄຸມລາຄາ, ອັດຕາເງິນເຟີ້ແຕ່ນີ້ຮອດທ້າຍປີ. 
ຜູ້ມີສິດເລືອກຕັ້ງເຊື່ອໝັ້ນການເຕີບໂຕ GDP ບັນລຸຄາດໝາຍ 6,7% - ảnh 1 ກອງປະຊຸມຂອງສະພາແຫ່ງຊາດ

ເມື່ອຕິດຕາມບົດລາຍງານກ່ຽວກັບສະພາບການພັດທະນາເສດຖະກິດ - ສັງຄົມປີ 2017, ແຜນການພັດທະນາເສດຖະກິດ - ສັງຄົມ ປີ 2018 ໂດຍທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເໜີທີ່ວາລະໄຂກອງປະຊຸມສະໄໝສາມັນເທື່ອທີ 4 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 14 ໃນຕອນເຊົ້າວັນທີ 23 ຕຸລາ, ຜູ້ມີສິດເລືອກຕັ້ງຢູ່ຮ່າໂນ້ຍ ມີຄວາມເຊື່ອໝັ້ນຕໍ່ການເຕີບໂຕເສດຖະກິດໃນປີນີ້ບັນລຸໄດ້ຄາດໝາຍວາງອອກແມ່ນ 6,7%. ຜູ້ມີສິດເລືອກຕັ້ງມີຄວາມປະເອີບໃຈກ່ຽວກັບບັນດາມາດຕະການເພື່ອຄວບຄຸມລາຄາ, ອັດຕາເງິນເຟີ້ແຕ່ນີ້ຮອດທ້າຍປີ. ທ່ານ ດິງຈ້ອງຖິ້ງ, ສະຖາບັນການເງິນ, ຖືວ່າ:

        “ເພື່ອບັນລຸໄດ້ຄາດໝາຍການເຕີບໂຕນີ້ ຮຽກຮ້ອງໃຫ້ຕ້ອງມີຄວາມມານະພະຍາຍາມຂອງທຸກໆອົງການ, ຄະນະ, ຂະແໜງການ, ໃນນັ້ນມີບັນດາຄວາມມານະພະຍາຍາມຂອງວິສາຫະກິດອຸດສາຫະກຳ, ການບໍລິການ. ໄຕມາດທີ 4, ຂົງເຂດອຸດສາຫະກຳ ບໍລິການ ຍັງແມ່ນຈຸດເດັ່ນເພື່ອສືບຕໍ່ຊຸກຍູ້ການລົງທຶນສູງກ່ວາ. ໄຕມາດທີ 3 ຜ່ານມາ ເຫັນວ່າລະດັບເຕີບໂຕ 7,4% ແມ່ນລະດັບສູງ. ພວກເຮົາເຊື່ອໝັ້ນວ່າຄາດໝາຍການເຕີບໂຕ GDP ບັນລຸ 6,7% ແມ່ນສາມາດປະຕິບັດໄດ້.”

        ສ່ວນທ່ານ ເຈີ່ນຮູວຮືງ, ຢູ່ຮ່າໂນ້ຍ, ຫວັງວ່າ:

        “ພວກຂ້າພະເຈົ້າຫວັງວ່າ, ລາຄາໄດ້ຮັກສາເປັນປົກກະຕິ, ຕອບສະໜອງຄວາມຕ້ອງການປະຈຳວັນ. ລັດ ເຮັດແນວໃດເພື່ອຄວບຄຸມສິນຄ້າ, ການບໍລິການຈຳເປັນຄື: ນ້ຳມັນເຊື້ອໄຟ, ໄຟຟ້າ, ນ້ຳປະປາ… ຢູ່ໃນລະດັບເໝາະສົມເພື່ອໃຫ້ຊີວິດການເປັນຢູ່ຂອງປະຊາຊົນ, ພິເສດແມ່ນຊາວຜູ້ອອກແຮງງານຫລຸດຜ່ອນຄວາມຫຍຸ້ງຍາກລຳບາກ.”

ຕອບກັບ

ຂ່າວ/ບົດ​ອື່ນ