ຜູ້ວ່າການທະນາຄານແຫ່ງລັດຫວຽດນາມຕ້ອນຮັບຫົວໜ້າຜູ້ຕາງໜ້າIMFຢູ່ຫວຽດນາມ

ຜູ້ວ່າການທະນາຄານແຫ່ງລັດຫວຽດນາມຕ້ອນຮັບຫົວໜ້າຜູ້ຕາງໜ້າIMFຢູ່ຫວຽດນາມ - ảnh 1
ທ່ານ ຫງວຽນ​ວັນ​ບິ່ງ ແລະ ທ່ານ Sanjay Kalra ​
(ພາບ: antt.vn)

(vovworld) - ທີ່​ການ​ຕ້ອນຮັບ​ໃນ​ຕອນ​ເຊົ້າ​ວັນ​ທີ 29/7, ຢູ່​ຮ່າ​ໂນ້ຍ, ຜູ້​ວ່າການ​ທະນາຄານ​ແຫ່ງ​ລັດ ຫວຽດນາມ ທ່ານ ຫງວຽນ​ວັນ​ບິ່ງ ຊົມ​ເຊີຍ ຫົວໜ້າ​ຜູ້ຕາງ​ໜ້າ​ກອງ​ທຶນ​ເງິນຕາ​ສາກົນ (IMF) ຢູ່ ຫວຽດນາມ ທ່ານ Sanjay Kalra ​ໄດ້​ສຳ​ເລັດ​​ໜ້າ​ທີ່​ ​ເປັນ​ຫົວໜ້າ​ຜູ້ຕາງໜ້າ​ IMF ຢູ່ ຫວຽດນາມ ຢ່າງ​ດີ​ເດັ່ນ, ຕີ​ລາຄາ​ສູງ​ການ​ສົມທົບ​ຢ່າງ​ແໜ້ນ​ແຟ້ນຂອງ​ທ່ານ​ໃນ​ເວລາ​ເກືອບ 4 ປີ ດ້ວຍ​ບົດບາດ​ເປັນ​ຂົວ​ຕໍ່​ຊ່ວຍ​​​ເຫຼືອຊຸກຍູ້ການ​ພົວພັນ ຫວຽດນາມ - ກອງ​ທຶນ​ເງິນຕາ​ສາກົນ. ທ່ານ ຫງວຽນວັນ​ບິ່ງ​ ຂອບ​ອົກ​ຂອບ​ໃຈ​ຕໍ່​ການ​ສະໜັບສະໜູນ​ຂອງ ທ່ານ Sanjay Kalra ​ແລະ IMF ສຳລັບ​ບັນດາ​ການ​ກຳນົດ​ທິດ​ນະ​ໂຍບາຍ​ຂອງ​ທະນາຄານ​ແຫ່ງ​ລັດ ​ແລະ ມີ​ຄຳ​ປຶກສາ​ຕ່າງໆ, ໜູນ​ຊ່ວຍ​ສະຫງວນ​ໃຫ້​ທະນາຄານ​ແຫ່ງ​ລັດ​ຢ່າງ​ແທດ​ຈິງ. ທ່ານ ຫງວຽນ​ວັນ​ບິ່ງ ຢືນຢັນວ່າ: ບັນດາ​ການປະກອບສ່ວນ​ຢ່າງ​ຕັ້ງໜ້າ​ຂອງ​ທ່ານ Sanjay Kalra ​ຊຶ່ງ​ໄດ້​ຮັບ​ການ​ຮັຍຮູ້​ຈາກ​ລັດ ​ແລະ ລັດຖະບານ ຫວຽດນາມ ດ້ວຍ​ເລື່ອງ​ປະທານ​ປະ​ເທດ​​ປະດັບ​ຫລຽນ​ໄຊ​ມິດຕະພາບ​ໃຫ້​ທ່ານ.

     ກໍໍ່​ໃນ​ຕອນ​ເຊົ້າ​ວັນ​ດຽວ​ກັນ, ຜູ້​ວ່າການ​ທະນາຄານ​ແຫ່ງ​ລັດ ຫງວຽນ​ວັນ​ບິ່ງ ​ໄດ້​ຊົມ​ເຊີຍທ່ານ Jonathan Dunn ​ໃນ​ຖານະຕຳ​ແໜ່ງ​ເປັນຫົວໜ້າ​ຜູ້ຕາງໜ້າ​ຄົນໃໝ່​ຂອງ​ກອງ​ທຶນ​ເງິນຕາ​ສາກົນ​ປະຈຳ ຫວຽດນາມ ​ແລະ ສະ​ແດງ​ຄວາມ​ປາດ​ຖະໜາ​ວ່າ ​ທ່ານ Jonathan Dunn ຈະສືບ​ຕໍ່​ເພີ່ມ​ພູນ​ຄູນ​ສາຍ​ພົວພັນ​ອັນ​ດີງາມ​ລະຫວ່າງ 2 ຝ່າຍ.

ຂ່າວ/ບົດ​ອື່ນ