ຜູ້ອອກສະໝັກຮັບເລືອກຕັ້ງ Macron ແລະ Le Pen ຈະກ້າວເຂົ້າຮອບທີ 2

ຜູ້ອອກສະໝັກຮັບເລືອກຕັ້ງ Macron ແລະ Le Pen ຈະກ້າວເຂົ້າຮອບທີ 2 - ảnh 1
ທ່ານ Emmanuel Macron
(ພາບ: THX/ TTXVN)


(vovworld) - ວັນ​ທີ 24/04 ກະ​ຊວງ​ພາຍ​ໃນ​ຝະ​ລັ່ງ ປະ​ກາດ​ໝາກ​ຜົນ​ແຫ່ງ​ການນັບບັດ​ເລື​ອກ​ຕັ້ງ 46 ລ້ານ​ບັດ​ໃນ​ຈຳ​ນວນ​ບັດ​ເລືອກ​ຕັ້ງ​​ທັງ​ໝົດເກືອບ 47 ລ້ານບັດ, ຕາມນັ້ນ​ແລ້ວ ຜູ​້​ອອກ​ສະໝັກ​ຮັບ​ເລືອກ​ຕັ້ງ​ພັກ​ເອ​ກະ​ລາດທ່ານ Emmanuel Macron ແລະ ຜູ້​ອອກ​ສະ​ໝັກ​ຮັບ​ເລືອກ​ຕັ້ງພັກ​ຝ່າຍ​​ຂວາ​ທ່ານນາງ Marine Le Pen ຈະ​ກ້າວ​ເຂົ້າ​ຮອບ​ທີ 2 ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ ຝະ​ລັ່ງ ​ເຊິ່ງຄາດ​ຄະ​ເນ​ວ່າ ຈະ​ດຳ​ເນີນ​ໃນ​ວັນ​ທີ 07/05 ຈະ​ມາ​ເຖິງ. ໝາກ​ຜົ​ນ​ແຫ່ງ​ການ​ນັບ​ບັດ​ເລືອກ​ຕັ້ງ​ສະ​ແດງໃຫ້​ເຫັນ​ວ່າ ທ່ານ Emmanuel Macron ນຳ​ໜ້າດ້ວຍ 23,82% ຈຳ​ນວນ​ບັດ​ສະ​ໜັບ​ສະ​ໜູນ, ​ໃນ​ຂະ​ນະ​ນັ້ນ ທ່ານ​ນາງ Marine Le Pen ຢືນ​ອັນ​ດັບ​ທີ 2 ດ້ວຍ​ຈຳ​ນວນ​ບັດສະ​ໜັບ​ສະ​ໜູນ 21,58% ບັດ​.

        ກ່ອນ​ໜ້ານັ້ນ, ກ່າວ​ຄຳ​ເຫັນ​ຕໍ່​ໜ້າ​ຜູ້​ສ​ະ​ໜັບ​ສະ​ໜູນ​ຢູ່ ປາ​ຣີ ພາຍ​ຫລັງ​ມີ​ໝາກ​ຜົນ​ເບື້ອງ​ຕົ້ນ, ທ່ານ Macron ຖະ​ແຫຼງວ່າ ທ່ານ​ຢາກ​ລະ​ດົມ​ການສະ​ໜັບ​ສະ​ໜູນ “ໃຫຍ່​ສຸດ​​ທີ່​ສາ​ມາດ​ເປັນ​ໄປ​ໄດ້” ກ່ອນ​ທີ່ການ​ເລືອກ​ຕັ້ງ​ຮອບ​ທີ 2 ​ດຳ​ເນີນ​ໃນ​ວັນ​ທີ 07/05 ຈະ​ມາ​ເຖິງ. ສ່ວນ​ທ່ານ​ນາງ Marine Le Pen ກໍ່​ຖະ​ແຫຼງວ່າ ຍາດ​ໄດ້​ໄຊ​ຊະ​ນະ​ໃນ​ຮອບ​ທີ 1 ຂອງການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ ຝະ​ລັ່ງ ແລະ ​ເອີ້ນ​ໝາກ​ຜົນ​ການ​ເລືອກ​ຕັ້ງ​ແມ່ນ “ເຫດ​ການ​ມີ​ລັກ​ສະ​ນະ​ປະ​ຫວັດສາດ”. ທ່ານນາງ Le Pen ຖື​ວ່າ ຄວາມ​ເປັນ​ຕາຍ​ຂອງ​ປະ​ເທດ ຝະ​ລັ່ງ ພວມ​ຖືກ​ນາບ​ຂູ່ ແລະ ຮອດ​​ເວລາ​ແລ້ວ​ຕ້ອງປົດ​ປ່ອຍ​ຊາວ ຝະ​ລັ່ງ ​ໃຫ້​ຫລຸດ​ພົ້ນອອກ​ຈາກ “ການ​ປົກ​ຄອງທີ່ອວດ​ອົ່ງ”


ຕອບກັບ

ຂ່າວ/ບົດ​ອື່ນ