ຜູ້ອຳນວຍການໃຫຍ່ VOV ຕ້ອນຮັບ ຜູ້ອຳນວຍການໃຫຍ່ສະຖານີໂທລະພາບ Duna ຮຸງກາຣີ

ຜູ້ອຳນວຍການໃຫຍ່ VOV ຕ້ອນຮັບ ຜູ້ອຳນວຍການໃຫຍ່ສະຖານີໂທລະພາບ Duna ຮຸງກາຣີ - ảnh 1
ທ່ານ​ຫງວຽນ​ດັງ​ຕ້ຽນ ຜູ້​ອຳ​ນວຍ​ການ​ໃຫຍ່ ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ ໄດ້​ໃຫ້​ການ​ຕ້ອນ​ຮັບ​ທ່ານ Menyhert Dobos ຜູ້​ອຳ​ນວຍ​ການ​ໃຫຍ່ສະ​ຖາ​ນີ​ໂທ​ລະ​ພາບ Duna ຂອງຮຸງ​ກາ​ຣີ

(vovworld)- ວັນ​ທີ 27/11, ຢູ່​ຮ່າ​ໂນ້ຍ, ທ່ານ​ຫງວຽນ​ດັງ​ຕ້ຽນ ຜູ້​ອຳ​ນວຍ​ການ​ໃຫຍ່ ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ ໄດ້​ໃຫ້​ການ​ຕ້ອນ​ຮັບ​ທ່ານ Menyhert Dobos ຜູ້​ອຳ​ນວຍ​ການ​ໃຫຍ່ສະ​ຖາ​ນີ​ໂທ​ລະ​ພາບ Duna ຂອງຮຸງ​ກາ​ຣີ. ທີ່​ການ​ຕ້ອນ​ຮັບ ທ່ານ​ຫງວຽນ​ດັງ​ຕ້ຽນ ຜູ້​ອຳ​ນວຍ​ການ​ໃຫຍ່ ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ​ສະ​ແດງ​ຄວາມ​ຫວັງ​ວ່າ 2 ຝ່າຍ​ຈະ​ນຳ​ເອົາ​ເນື້ອ​ໃນ​ບັນ​ດາ​ລາຍ​ການ​ຮ່ວມ​ມື​ທີ່​ແດ​ຈິງ , ບັນ​ລຸ​ປະ​ສິດ​ທິ​ຜົນ, ສະ​ໜອງ​ບັນ​ດາ​ລາຍ​ການ​ໂທ​ລະ​ພາບ, ກະ​ຈາຍ​ສຽງ, ດົນ​ຕີ, ຮູບ​ເງົາ​ໃຫ້​ແກ່​ກັນ​ເພື່ອ​ເພີ່ມ​ທ​ະ​ວີ​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ​ກັນລະ​ຫວ່າງ​ປະ​ຊາ​ຊົນ 2 ປະ​ເທດ, ຍົກ​ການ​ພົວ​ພັນ​ລະ​ຫວ່າງ​ຫວຽດ​ນາມ-ຮຸງ​ກາ​ຣີ​ຂຶ້ນ​ສູ່​ລະ​ດັບ​ສູງ​ໃໝ່, ພ້ອມ​ທັງ​ຢືນ​ຢັນ​ວ່າ ໃນ​ປິ 2015 ຈະ​ຜັນ​ຂະ​ຫຍາຍ​ການ​ແລກ​ປ່ຽນ​ສາຍ​ຮູບ​ເງົາ​ຢູ່ 2 ປະ​ເທດ.

   ພາຍຫຼັງ​ພິ​ທີຕ້ອນ​ຮັບ ທ່ານ Menyhert Dobos ຜູ້​ອຳ​ນວຍ​ການ​ໃຫຍ່ສະ​ຖາ​ນີ​ໂທ​ລະ​ພາບ Duna ຂອງຮຸງ​ກາ​ຣີ ໄດ້​ໄປ​ຢ້ຽມ​ຢາມ​ສູນ​ການ​ສຽງ, ຢ້ຽມ​ຢາມ​ຊ່ອງ​VOV ຈະ​ລາ​ຈອນ ແລະ ຊ່ອງ​ໂທ​ລະ​ພາບ​ກ່ຽວ​ກັບ​ຂ່າວສະ​ພາ​ແຫ່ງ​ຊາດ.

ຂ່າວ/ບົດ​ອື່ນ