ຜູ້ອຳນວຍການໃຫຍ່VOVເຂົ້າຮ່ວມກອງປະຊຸມຂ່າວກ່ຽວກັບງານແຂ່ງຂັນເຕະບານໃນຮົ່ມ Futsal ອາຊີຕາເວັນອອກສ່ຽງໃຕ້

(VOVWORLD) -ຕອນບ່າຍວັນທີ 18 ຕຸລາ, ຢູ່ນະຄອນໂຮ່ຈິມິນ ໄດ້ດຳເນີນພິທີປະກາດ ແລະ ສະເໜີໂຕນັກອຸປະຖຳຕົ້ນຕໍ່, ນັກອຸປະຖຳຮ່ວມເດີນທາງກັບງານແຂງຂັນເຕະບານໃນຮົ່ມ Futsal ຊິງຊະນະເລີດອາຊີຕາເວັນອອກສ່ຽງໃຕ້ ກັບ HDBank 2017.
ຜູ້ອຳນວຍການໃຫຍ່VOVເຂົ້າຮ່ວມກອງປະຊຸມຂ່າວກ່ຽວກັບງານແຂ່ງຂັນເຕະບານໃນຮົ່ມ Futsal ອາຊີຕາເວັນອອກສ່ຽງໃຕ້ - ảnh 1 (ທ່ານຜູ້ອຳນວຍການໃຫຍ່ VOV, ຫງວຽນເທ໋ກີ)

ການແຂ່ງຂັນຄັ້ງນີ້ ໂດຍ VFF ສົມທົບກັບ VOV ຈັດຕັ້ງ, ເຊິ່ງຈະຖືກດຳເນີນໃນຢູ່ໂຮງກິລາ ຟຸ໋ທໍ້, ນະຄອນໂຮ່ຈິມິນ ໃນລະຫວ່າງວັນທີ 26 ຕຸລາ - 31 ພະຈິກ 2017. ກ່າວຄຳເຫັນທີ່ພິທີ, ທ່ານຜູ້ອຳນວຍການໃຫຍ່ ວິທະຍຸກະຈາຍສຽງຫວຽດນາມ (VOV) ຫງວຽນເທ໋ກີ, ຢືນຢັນວ່າ.

        “ການຈັດຕັ້ງງານແຂ່ງຂັນຄັ້ງນີ້ແມ່ນຄວາມປາດຖະໜາຂອງ VOV ຢາກນຳກິລາເຕະບານໃນຮົ່ມ ທີ່ພວມມີບາດກ້າວພັດມະນາທີ່ໜ້າຮັບຮູ້ ໃຫ້ຂຶ້ນສູ່ລະດັບສູງໃໝ່. ຂ້າພະເຈົ້າຄິດວ່າ, ບໍ່ວ່າປະເພດກິລາໃດໆ ຢາກພັດທະນາໄດ້ ນອກຈາກຄວາມເອົາໃຈໃສ່ຂອງຂະແໜງກິລາ, ຢູ່ທີ່ນີ້ແມ່ນສະຫະພັນບານເຕະຫວຽດນາມ, ຕ້ອງມີການປະກອບສ່ວນຂອງທຸກໆອົງການສື່ສານ, ກະຈາຍສຽງ, ໂທລະພາບ, ໜັງສືພິມ… ນັ້ນແມ່ນບັນດາອົງການສື່ສານທີ່ຊ່ວຍໃຫ້ບັນດາການເຄື່ອນໄຫວກິລາ”.

ຕອບກັບ

ຂ່າວ/ບົດ​ອື່ນ