ຜູ້ຮັບບາດເຈັບແລະເສຍຊີວິດເພີ່ມຂຶ້ນຫຼາຍພາຍຫຼັງການປະທະກັນລະຫວ່າງວົງຕະກຸນຢູ່ຊູດານໃຕ້

(VOVWORLD) -ວົງການເຈົ້າໜ້າທີ່ຊູດານໃຕ້ ວັນທີ 12 ທັນວາ ໃຫ້ຮູ້ວ່າ, ໄລຮອດປະຈຸບັນ ມີກວ່າ 170 ຄົນເສຍຊີວິດໃນການປະທະກັນລະຫວ່າງບັນດາວົງຕະກຸນທີ່ເປັນປໍລະປັກກັນຂຶ້ນກັບກົກເຫຼົ່າ Dinka ຢູ່ພາກກາງຂອງປະເທດນີ້ ໃນອາທິດຜ່ານມາ.

ຕາມທ່ານສະມາຊິກລັດຖະສະພາ Dharuai Mabor Teny ແລ້ວ, ຄິດໄລ່ທັງຜູ້ຮັບບາດເຈັບໃນບັນດາການປະທະກັນດັ່ງກ່າວ, ຈຳນວນຜູ້ຮັບບາດເຈັບ ແລະ ເສຍຊີວິດໃນປະຈຸບັນໄດ້ຂຶ້ນເຖິງເກືອບ 200 ຄົນ, ເພີ່ມຂຶ້ນເກືອບ 2 ເທົ່າ ເມື່ອທຽບໃສ່ຕົວເລກທີ່ໄດ້ປະກາດໃນອາທິດແລ້ວນີ້.

        ກ່ອນໜ້ານັ້ນ, ບັນດາບົດລາຍງານໄດ້ຊີ້ໃຫ້ເຫັນວ່າ, ບັນດາການປະທະກັນລະຫວ່າງ 2 ວົງຕະກຸນ Rup ແລະ Pakam ໄດ້ເກີດຂຶ້ນແຕ່ວັນທີ 06 ທັນວາ ເຊິ່ງໄດ້ເຮັດໃຫ້ 45 ຄົນເສຍຊີວິດ. ສາຍເຫດທີ່ກໍ່ໃຫ້ເກີດການປະທະກັນດ້ວຍການໃຊ້ອາວຸດລະຫວ່າງບັນດາວົງຕະກຸ່ນແມ່ນຍ້ອນການຂັດແຍ່ງກ່ຽວກັບກຳມະສິດນຳໃຊ້ທີ່ດິນ.

ຕອບກັບ

ຂ່າວ/ບົດ​ອື່ນ