ຜູ້ແທນກ່ວາ 580 ທ່ານເຂົ້າຮ່ວມບັນດາໂຄງການດຳເນີນງານຂອງSOM1

 ຜູ້ແທນກ່ວາ 580 ທ່ານເຂົ້າຮ່ວມບັນດາໂຄງການດຳເນີນງານຂອງSOM1 - ảnh 1
ບັນ​ດາ​ຜູ້​ແທນ​ເຂົ້າ​ຮ່ວມກອງ​ປະ​ຊຸມ

(vovworld) - ໃນ​ຂອບ​ເຂດກອງ​ປະ​ຊຸມ​ຄັ້ງ​ທີ 1 ບັນ​ດາ​ເຈົ້າ​ໜ້າ​ທີ່​ອາ​ວຸ​ໂສ APEC (SOM 1) ແລະ ບັນ​ດາ​ກອງ​ປະ​ຊຸມ​ກ່ຽວ​ຂ້ອງ, ວັນ​ທີ 20/2, ຢູ່​ນະ​ຄອນ ຍາ​ຈ​າງ, ຜູ້​ແທນ​ APEC ກ່ວາ 580 ຄົນໄດ້​ເຂົ້າ​ຮ່ວມ​ບັນ​ດາ​ການ​ເຄື່ອນ​ໄຫວ​ຂອງ 8 ກຸ່​ມ​ປະ​ຕິ​ບັດ​ງານ, ອະ​ນຸ​ກຳ​ມະ​ການ ແລະ ກອງ​ປະ​ຊຸມ​ສຳ​ມະ​ນາ​ຂອງ APEC ກ່ຽ​ວ​ກັບ​ການ​ພັດ​ທະ​ນາ​ແຫຼ່ງ​ຊັບ​ພະ​ຍາກອ​ນ​ມະ​ນຸດ (HRDWG), ​ການຕ້ານ​ການ​ສໍ້​ລາດ​ບັງຫຼວງ ແລະ ຫັນ​ເປັນ​ຈະ​ແຈ້ງ (ACTWG), ​ການ​ເຄື່ອນຍ້າຍ​ນັກ​ທຸ​ລະ​ກິດ (BMG), ວິ​ທະ​ຍາ​ສາດ​ຊີ​ວິ​ດ​ການ​ເປັນ​ຢູ່ ແລະ ການ​ປ່ຽນ​ໃໝ່ (LSIF), ນັກ​ຊ່ຽວ​ຊານ​ກ່ຽວ​ກັບ​ຕ້ານ​ການ​ຂຸດ​ຄົ້ນ​ໄມ້​ຢ່າງ​ຜ​ິ​ດ​ກົດ​ໝາຍ ແລະ ການ​ຄ້າ​​ທີ່ກ່ຽວ​ຂ້ອງ (EGILAT), ​ມາດຕະ​ຖານ ແລະ ​ຖືກ​ຕ້ອງ​ຕາມມາດ​ຕະ​ຖານ (SCSC), ກົດ​ໝາຍ ແລະ ນະ​ໂຍ​ບາຍ​ແກ່ງ​ແຍ້ງ (CPLG) ແລະ ບັນ​ດາ​ລະ​ບຽບ​ກາ​ນ​ພາ​ສ​ີ (SCCP).

       ບັນ​ດາ​ກ​ຸ່ມ ACTWG, BMG ໄດ້​ສິ້ນ​ສຸດກອງ​ປະ​ຊຸມ​ຄັ້ງ​ທ​ຳ​ອິດ​ຂອງ​ປີ 2017 ດ້ວຍ​ການ​ຮັບ​ຮອງ​ເອົາ​ບັນ​ດ​າ​ໂຄງ​ການ​ເຄື່ອນ​ໄຫວ ແລະ ບັນ​ດາ​ບຸ​ລິ​ມະ​ສິດ​ວຽກ​ງານ​ໃນ​ປີ 2017. ​ໂດຍ​ສືບ​ຕໍ່ ບັນ​ດາ​ກອງ​ປະ​ຊຸມ​ກຽມ​ຂອງ 2 ວັນ​ກ່ອນ, ບັນ​ດາ​ກຸ່ມ SCSC ແລະ HRDWG ໄດ້​ກ້າວ​ເຂົ້າ​ສູ່ກອງ​ປະ​ຊຸມ​ທາງ​ການ​ທຳ​ອິດ. ບັນ​ດາ​ຜູ້​ແທນ​ເນັ້ນ​ໜັກ​​ວ່າການ​ຮ່ວມ​ມື​ກ່ຽວ​ກັບ​ການ​ພັດ​ທະ​ນາ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ APEC ໃນ​ປີ 2017 ຕ້ອງ​ປະ​ກອບ​ສ່ວນ​ຊຸກ​ຍູ້​ດ້ານ​ການ​ຄ້າ ແລະ ການ​ລົງ​ທຶນ, ມຸ່ງ​ໄປ​ເຖິງ​ການ​ເຕີບ​ໂຕ​ເສດ​ຖະ​ກິດ, ຕິດ​ພັນ​ກັບ​ສັງ​ຄົມ ແລະ ຄວາມ​ວັດ​ທະ​ນາ​ຖາ​ວອນ​ຂອງ​ບັນ​ດາ​ພື້ນ​ຖານ​ເສດ​ຖະ​ກິດ​ສະ​ມາ​ຊິກ. ບັນ​ດາ​ຜູ້​ແທນ​ເປັນ​ເອ​ກະ​ພາບ​ຊຸກ​ຍູ້​ວຽກ​ງານ​ກະ​ກຽມ​ເພື່ອ​ຈັດ​ຕັ້ງ​ສຳ​ເລັດ “​ການ​ເຈ​ລະ​ຈາ​ນະ​ໂຍ​ບາຍ​ຂັ້ນ​ສູງ​ກ່ຽວ​ກັບ​ການ​ບ​ຳ​ລຸງ​ສ້າງ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ໃນ​ສັງ​ກະ​ລາດ​ດີ​ຈີ​ຕອນ” ຢູ່​ນະ​ຄອນຫຼວງ ຮ່າ​ໂນ້ຍ ໃນ​ເດືອນ 5 ຈະ​ມາ​ເຖິງ.

        ໃນ​ວັນ​ທີ 20/2, ​ເຊິ່ງແມ່ນ​ວັນ​ເຮັດ​ວຽກ​ທຳ​ອິດ​ຂອງ​ອະ​ນຸ​ກຳ​ມະ​ການ SCCP, ດ້ວຍ​ການ​ປະ​ຊຸມ​ກຸ່ມ​ເພື່ອນ​ມິດ​ຂອງ​ປະ​ທານ SCCP ແລະ ກອງ​ປະ​ຊຸມ​ສຳ​ມະ​ນາ​ໝູນ​ໃຊ້​ການກວດ​ກາ​ໃນ​ຂົງ​ເຂດ​ແກ່ງ​ແຍ້ງ ເພື່​ອ​ລົ​ບ​ລ້າງ​ຮົ້ວ​ຂີດ​ຂວາງ​ດ້ານ​ການ​ຄ້າ​ສິນ​ຄ້າ ແລະ ການບໍ​ລິ​ການ​ຂອງ ກຸ່ມ CPLG.

       ຄະ​ນະ​ຜູ້​ແທນ ຫວຽດ​ນາມ ສືບ​ຕໍ່​ສະ​ແດງ​ບົດ​ບາດ​ປະ​ເທດ​ເຈົ້າ​ພາບ​ເປັນ​ຢ່າງ​ດີ. ການ​ນຳ​ບັນ​ດາ​ກະ​ຊວງ, ອົງ​ການ​ຂອງ ຫວຽດ​ນາມ ແບ່ງ​ປັນ​ໝາກ​ຜົນ​ແຫ່ງ​ການ​ຜັນ​ຂະ​ຫຍາຍຫຼາຍ​ຂໍ້​ລິ​ເລີ່ມ, ໃນ​ນັ້ນ​ມີ​ໂຄງ​ການ “ຊຸກ​ຍູ້​ການ​ຫັນ​ເປັນ​ການ​ຄ້າ ແລະ ການ​ລົງ​ທຶນ​ສຳ​ລັບ​ຜະ​ລິດ​ຕະ​ພັນ​ຄົ້ນ​ຄ້​ວາ​ວິ​ທະ​ຍາ​ສາດ ແລະ ພັດ​ທະ​ນາ​ເຕັກ​ໂນ​ໂລຢ​ີ​ທີ່​ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ”…


ຂ່າວ/ບົດ​ອື່ນ