ຝຶກອົບຮົມຄວາມຮູ້ກ່ຽວກັບຊາຍແດນ,ທະເລ,ໝູ່ເກາະຫວຽດນາມໃຫ້ບັນດາພະນັກງານຄຸ້ມຄອງແລະຄູອາຈານ

ຝຶກອົບຮົມຄວາມຮູ້ກ່ຽວກັບຊາຍແດນ,ທະເລ,ໝູ່ເກາະຫວຽດນາມໃຫ້ບັນດາພະນັກງານຄຸ້ມຄອງແລະຄູອາຈານ - ảnh 1
ກອງ​ປະຊຸມ​ຝຶກ​ອົບຮົມບຳລຸງຄວາມ​ຮູ້​ກ່ຽວ​ກັບ​ເຂດ​ຊາຍ​ແດນ, ທະ​ເລ, ໝູ່​​ເກາະ ຫວຽດນາມ ປີ 2014
(ພາບ:
baoquangninh.com.vn)

(vovworld) – ວັນ​ທີ 30/7, ຢູ່​ແຂວງ ກວາງ​ນີງ, ຄະນະ​ໂຄສະນາ​ສຶກສາ​ສູນ​ກາງ​ສົມທົບ​ກັບ​ກະຊວງ​ສຶກສາ ​ແລະ ບຳລຸ​ງສ້າງ ​ແລະ ຄະນະ​ພັກ​ແຂວງ ກວາງ​ນີງ ຈັດ​ຕັ້ງ​ກອງ​ປະຊຸມ​ຝຶກ​ອົບຮົມບຳລຸງຄວາມ​ຮູ້​ກ່ຽວ​ກັບ​ເຂດ​ຊາຍ​ແດນ, ທະ​ເລ, ໝູ່​​ເກາະ ຫວຽດນາມ ປີ 2014 ​ໃຫ້​ບັນດາ​ພະນັກງານ​ຄຸ້ມ​ຄອງ​ການ​ສຶກສາ, ຄູ​ອາຈານ​ສອນ​ວິຊາ​ປະ​ຫວັດ​ສາດ ​ແລະ ພູມ​ສາດ​ຊັ້ນ​ມັດ​ທະຍົມ​ຕອນ​ປາຍ​ຂອງ 26 ​ແຂວງ, ນະຄອນ​ພາກ​ເໜືອ, ທີ່​ກອງ​ປະຊຸມ, ບັນດາ​ຜູ້​ແທນ​ໄດ້​ຮັບ​ຟັງ​​ການ​ນຳ​ຄະນະ​ໂຄສະນາ​ສຶກສາ​ສູນ​ກາງ, ບັນດາ​ນັກ​ປາຖະ​ກະຖາ​ຂອງ​ກະຊວງ ​ແລະ ນັກ​ຊ່ຽວຊານ​ກ່ຽວ​ກັບ​ວຽກ​ງານ​ຊາຍ​ແດນ, ທະ​ເລ, ໝູ່​ເກາະ ​ແນະນຳ​ຫົວ​ເລື່ອງ​ສະ​ເພາະ ກ່ຽວ​ກັບ: ສະພາບ​ການ ​ແລະ ບາງ​ບັນຫາວາງ​ອອກ​ສຳລັບ​ວຽກ​ງານ​ສຶກສາ, ​ໂຄສະນາ​ເຜີຍ​ແຜ່​ຄວາມ​ຮູ້​ກ່ຽວ​ກັບ​ທະ​ເລ, ໝູ່​​ເກາະ ​ແລະ ຊັບພະຍາກອນ​ທະ​ເລ, ໝູ່​ເກາະ​ໃນ​​ໂຮງຮຽນ​ມັດທະຍົມ​ຕອນ​ປາຍ​​ຕ່າງໆ​ຢູ່ ຫວຽດນາມ​ ທີ່​ຕັ້ງ, ບົດບາດ, ຄວາມ​ສາມາດ​ບົ່ມ​ຊ້ອນ ​ແລະ ຄວາມ​ສຳຄັນ​ຂອງ​ທະ​ເລ, ໝູ່​ເກາະ, ຊັບພະຍາກອນ​ທະ​ເລ ຫວຽ​ດນາມ. ສະພາບ​ການ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ໃນ​ປະຈຸ​ບັນ ​ແລະ ນະ​ໂຍບາຍ​ຂອງ​ບັນດາ​ປະ​ເທດ​ກ່ຽວຂ້ອງ. ບັນດາ​ມາດ​ຕະການ​ຕໍ່ສູ້​ຂອງ ຫວຽດນາມ ຄັດຄ້ານ ຈີນ ຕັ້ງ​ຮ້ານ​ເຈາະ​ນ້ຳມັນ ​ໄຮ​ຢາງ - 981 ຜິດ​ກົດໝາຍ​ໃນ​ເຂດ​ເສດຖະກິດ​ຈຳ​ເພາະ ​ແລະ ​ໄຫຼ່​ທະວີບ​ຂອງ ຫວຽດນາມ. ອີງ​ໃສ່​ປະຫວັດສາດ​ຢັ້ງຢືນອະທິປະ​ໄຕທະ​ເລ, ໝູ່​ເກາະ ຫວຽດນາມ.



ຂ່າວ/ບົດ​ອື່ນ