ຝລັ່ງ, ອີຕາລີ, ໂຮນລັງ ແລະ ແດນມາກ ສະໜັບສະໜູນພາລະກໍາທະຫານເຮືອ ໂດຍ ອີຢູ ນໍາພາ ຢູ່ ຊ່ອງແຄບທະເລ Hormuz

(VOVWORLD) -ຝລັ່ງ, ອີຕາລີ, ໂຮນລັງ ແລະ ແດນມາກ ໄດ້ອອກສຽງສະໜັບສະໜູນພາລະກໍາທະຫານເຮືອ ໂດຍ ອີຢູ ນໍາພາ ເພື່ອແນໃສ່ຮັບປະກັນຄວາມປອດໄພໃຫ້ແກ່ກໍ່າປັ່ນລໍາຕ່າງໆທີ່ໄດ້ສັນຈອນໄປມາຜ່ານຊ່ອງແຄບທະເລ Hormuz. 

        ວັນທີ 23 ກໍລະກົດ, ນັກການທູດບັນດາປະເທດ ຝລັ່ງ, ອີຕາລີ, ໂຮນລັງ ແລະ ແດນມາກ ໄດ້ອອກສຽງສະໜັບສະໜູນພາລະກໍາທະຫານເຮືອ ໂດຍ ອີຢູ ນໍາພາ ເພື່ອແນໃສ່ຮັບປະກັນຄວາມປອດໄພໃຫ້ແກ່ກໍ່າປັ່ນລໍາຕ່າງໆທີ່ໄດ້ສັນຈອນໄປມາຜ່ານຊ່ອງແຄບທະເລ Hormuz. ນີ້ແມ່ນຂໍ້ລິເລີ່ມໂດຍ ອັງກິດ ສະເໜີຕໍ່ບັນດານັກການທູດຂັ້ນສູງຂອງ ອີຢູ ໃນກອງປະຊຸມທີ່ດໍາເນີນຢູ່ ບຣຸກແຊນ, ພາຍຫຼັງເຫດກໍ່າປັ່ນຂົນສົ່ງນໍ້າມັນຂອງປະເທດນີ້ ຖືກ ອີຣານ ກັກໄວ້. ຕາມນັກການທູດ ອັງກິດ ແລ້ວ, ແນວຄວາມຄິດນີ້ ຈະບໍ່ກ່ຽວຂ້ອງໂດຍກົງເຖິງ ອີຢູ, ອົງການສົນທິສັນຍາ ອັດລັງຕິກເໜືອ (NATO) ຫຼື ອາເມລິກາ.

        ຕາມບັນດານັກການທູດ ເອີຣົບແລ້ວ, ພາລະກໍາປ້ອງກັນບັນດາເສັ້ນທາງຂົນສົ່ງນໍ້າມັນບໍ່ທີ່ເປັນຕາຍຢູ່ ພາກພື້ນຕາເວັນອອກກາງນີ້ ອາດຈະແມ່ນກອງບັນຊາການກໍາລັງທະຫານປະສົມ ຝລ່ັງ - ອັງກິດ ເປັນຜູ້ບໍລິຫານ.

ຕອບກັບ

ຂ່າວ/ບົດ​ອື່ນ