ຝລັ່ງ,ເຢຍລະມັນ,ອັງກິດຮຽກຮ້ອງໃຫ້ອີຢູຈັດກອງປະຊຸມດ່ວນກ່ຽວກັບວິກິດການອົບພະຍົບ

ຝລັ່ງ,ເຢຍລະມັນ,ອັງກິດຮຽກຮ້ອງໃຫ້ອີຢູຈັດກອງປະຊຸມດ່ວນກ່ຽວກັບວິກິດການອົບພະຍົບ - ảnh 1
(ພາບປະກອບ: AFP/ TTXVN)

(vovworld) – ວັນ​ທີ 30/08, ຝລັ່ງ,​ ເຢຍລະ​ມັນ ​ແລະ ອັງກິດ​ ​​ໄດ້​ອອກ​ຖະ​ແຫຼ​ງການ​ຮ່ວມ ຮຽກ​ຮ້ອງ​​ສະຫະພາບ​ເອີ​ລົບ (ອີ​ຢູ) ຈັດ​ກອງ​ປະຊຸມ​ດ່ວນ​ລະຫວ່າງ​ບັນດາ​ລັດຖະມົນຕີ​​ກະຊວງ​ພາຍ​ໃນ ​ແລະ ຍຸຕິ​ທຳ ອີ​ຢູ ​ເພື່ອ​ຊອກ​ຫາ​ບັນດາ​ມາດ​ຕະການ​ແກ້​ໄຂ​ລະອຽດ ​​ແນ​ໃສ່ແກ້​ໄຂ​ສະພາບ​ຊາວ​ອົບ​ພະຍົບ ທີ່​ພວມ​ຍູ້​ເອີ​ລົບ ຕົກ​​ເຂົ້າ​ໃນ​ວິ​ກິດ​ການ​ຮ້າຍ​ແຮງ​ຄັ້ງໃໝ່. ​ໃນ​ຖະ​ແຫຼງການ​ທີ່​ຍົກ​ອອກ​ມາ ຢູ່​ນອກ​ກອງ​ປະຊຸມ​ກ່ຽວ​ກັບ​ຄວາມ​ປອດ​ໄພ​ດ້ານ​ຂົນ​ສົ່ງ ຢູ່​ປາຣີ, ບັນດາລັດຖະມົນຕີ​ກະຊວງພາຍ​ໃນ 3 ປະ​ເທດ ​ໄດ້​ສະ​ເໜີ​ໃຫ້ Lucxem bourg, ​ເຊິ່ງ​ແມ່ນປະ​​ເທດ​ທີ່ພວມດຳລົງ​ຕຳ​ແໜ່​ງ​ເປັນ​ປະທານ​ໜູນ​ວຽນ​ອີ​ຢູ, ຈັດ​ຕັ້ງ​ກອງ​ປະຊຸມ​ພິ​ເສດ​ບັນດາ​ລັດຖະມົນ​ຕີ​ກະຊວງ​ພາຍ​ໃນ ​ແລະ ຍຸດຕິ​ທຳ ​ໃນ​ຮອບ​ເວລາ 2 ສັບປະດາ​ຈະ​ມາ​ເຖິງ ​ເພື່ອ​ຊອກ​ຫາ​ບັນດາ​ມາດ​ຕະການ​ແກ້​ໄຂ​ໃຫ້​ບັນຫາ​ອົບ​ພະຍົບຢ່າງ​ຜິດກົດໝາຍ. ລັດຖະມົນຕີ​ວ່າການ​ກະຊວງ​ພາຍ​ໃນ 3 ປະ​ເທດຝລັ່ງ, ​ເຢຍລະ​ມັນ ​ແລະ ອັງກິດ​ ກໍ​ຮຽກ​ຮ້ອງ​ສ້າງ​ຕັ້ງ​ບັນດາ​ສູນ​ຕ້ອນຮັບ​ຊາວ​ອົບ​ພະ​ຍົບຢູ່​ອີ​ຕາ​ລີ ​ແລະ ​ເກຼັກ ຢ່າງ​ຮີບ​ດ່ວນ.

ຂ່າວ/ບົດ​ອື່ນ