ຝລັ່ງແລະລັດເຊຍສົມທົບກັນຂົນສົ່ງສິນເຄື່ອງຊ່ວຍເຫຼືອມະນຸດສະທຳເຖິງຊີຣີ

(VOVWORLD) -ວັນທີ 20 ກໍລະກົດ, ທຳນຽບປະທານາທິບໍດີຝລັ່ງ ໄດ້ອອກແຈ້ງການໂດຍໃຫ້ຮູ້ວ່າ, ປະເທດນີ້ ແລະ ລັດເຊຍ ຈະສົມທົບກັນຂົນສົ່ງເຄື່ອງຊ່ວຍເຫຼືອມະນຸດສະທຳໄປເຖິງທາງທິດຕາເວັນອອກ Ghouta ຢູ່ຊີຣີ.

ຝລັ່ງແລະລັດເຊຍສົມທົບກັນຂົນສົ່ງສິນເຄື່ອງຊ່ວຍເຫຼືອມະນຸດສະທຳເຖິງຊີຣີ - ảnh 1 ຝລັ່ງແລະລັດເຊຍສົມທົບກັນຂົນສົ່ງສິນເຄື່ອງຊ່ວຍເຫຼືອມະນຸດສະທຳເຖິງຊີຣີ

(ພາບ: AFP/TTXVN)

ແຈ້ງການໃຫ້ຮູ້ວ່າ, ການເຄື່ອນໄຫວສົມທົບກັນດັ່ງກ່າວແມ່ນສ່ວນໜຶ່ງໃນມະຕິຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ ແລະ ແນໃສ່ຊ່ວຍສາມັນຊົນຢູ່ທາງທິດຕາເວັນອອກ Ghouta ມີໂອກາດສຳຜັດກັບເຄື່ອງຊ່ວຍເຫຼືອມະນຸດສະທຳໄດ້ຢ່າງງ່າຍດາຍກວ່າ. ເຮືອບິນຂົນສົ່ງຂອງລັດເຊຍ ຈະຂົນສົ່ງເຄື່ອງຊ່ວຍເຫຼືອດັ່ງກ່າວ ຈາກ Chateauroux ໄປເຖິງເຂດຖານທີ່ໝັ້ນກອງທັບອາກາດຂອງລັດເຊຍ ຢູ່ Hmeimim, ຊີຣີ ກ່ອນທີ່ຈະສົ່ງໄປຍັງທິດຕາເວັນອອກ Ghouta.

        ກ່ອນໜ້ານັ້ນ, ເຮືອບິນຂອງລັດເຊຍ ໄດ້ບິນໄປຍັງ Chateauroux ເພື່ອຮັບເຄື່ອງຊ່ວຍເຫຼືອ 50 ໂຕນຂອງຝລັ່ງ, ລວມມີ ເຄື່ອງອຸປະກອນການແພດ ແລະ ບັນດາເຄື່ອງຂອງທີ່ຈຳເປັນ ເພື່ອຂົນສົ່ງໄປເຖິງຊີຣີ. ນີ້ແມ່ນການເຄື່ອນໄຫວຂົນສົ່ງເຄື່ອງຊ່ວຍເຫຼືອມະນຸດສະທຳຄັ້ງທຳອິດລະຫວ່າງຝລັ່ງ ແລະ ລັດເຊຍ.

ຕອບກັບ

ຂ່າວ/ບົດ​ອື່ນ