ຝລັ່ງແລະແບນຊິກຍູ້ແຮງການຂັບໄລ່ພວກກໍ່ການຮ້າຍ

ຝລັ່ງແລະແບນຊິກຍູ້ແຮງການຂັບໄລ່ພວກກໍ່ການຮ້າຍ - ảnh 1
(ພາບ​ປະ​ກອບ: AP)

(vovworld) - ​ ​ວັນ​ທີ 23/11, ຜູ້​ບັນ​ຊາ​ການ​ຕຳ​ຫຼວດ​ຝ​ລັ່ງ Michel Cadot ໃຫ້​ຮູ້​ວ່າ, ບັນ​ດາ​ກຳ​ລັງ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ປະ​ເທດນີ້ ໄດ້​ດຳ​ເນີນ​ການກວດ​ກາເຂດ​ຕ່າງໆ​ຢູ່​ນະ​ຄອນ​ຫຼວງ​ປາ​ຣີ ​​ເກືອບ 300 ແຫ່ງນັບ​ແຕ່​​ເມື່ອເກີດ​ການ​ບຸກ​ໂຈມ​ຕີ​ທີ່ນອງ​ເລືອດ​ໃນ​ຄ່ຳ​ຄືນ​ວັນ​ທີ 13/11 ຜ່ານ​ມາ. ຜູ້​ບັນ​ຊາ​ການ​ຕຳ​ຫຼວດ​ Cadot ໃຫ້​ຮູ້​ວ່າ, ມີ​ຕຳ​ຫຼວດກວ່າ 10.200 ຄົນ ແລະ ພົນ​ທະ​ຫານ 6.400 ຄ​ົນ​ໄດ້​ຮັບ​ການ​ຜັນ​ຂະ​ຫຍາຍ​ຢູ່​ບັນ​ດາ​ສະ​ຖານ​ທີ່​ສາ​ທາ​ລະ​ນະ​ຄື: ສະ​ຖານ​ນີ​ລົດ​ໄຟ, ສະ​ໜາມ​ບິນ, ສະ​ຖານ​ທີ່​ສາ​ທາ​ລະ​ນະ​ກວ້າງ​ໃຫຍ່, ສຳ​ນັກ​ງາ​ນ​ລັດ​ຖະ​ບານ, ໂຮງ​ໝໍ… ແລະ​ກໍ​ໃນ​ວັນ​ດຽວ​ກັນ, ພາ​ລະ​ກອນ​ພາ​ສີ​ຄົນ​ໜຶ່ງ​ຖືກ​ຜູ້​ປະ​ກອບ​ອາ​ວຸດ​ຄົນ​ໜຶ່ງ​ຍິງ​ເສຍ​ຊີ​ວິດ ໃນ​ບັ້ນ​ຮົບ​ຕ້ານ​ການ​ຄ້າ​​ອາ​ວຸດເຖື່ອນຂອງ​ກຳ​ລັງ​ພາ​ສີ​ຝ​ລັ່ງ ໃນ​ຕອນ​ເຊົ້າ​ວັນ​ທີ 23/11, ຢູ່​ຖະ​ໜົນ Saint Jean, ຂຶ້ນ​ກັບ​ນະ​ຄອນ Toulon, ທາງ​ພາກ​ໃຕ້​ຝ​ລັ່ງ.

ຂ່າວ/ບົດ​ອື່ນ