ຝະຣັ່ງ ເນັ້ນໜັກເຖິງຄວາມຈຳເປັນ ຕ້ອງເຈລະຈາກັບປະທານາທິບໍດີ ຊີຣີ

(VOVWORLD) - ທ່ານປະທານາທິບໍດີ ຝະຣັ່ງ Emmanuel Macron ເນັ້ນໜັກເຖິງຄວາມຈຳເປັນ ຕ້ອງເຈລະຈາກັບທ່ານປະທານາທິບໍດີ ຊີຣີ Bashar Al Assad ແລະ ບັນດາຜູ້ຕາງໜ້າຂອງການນຳຜູ້ນີ້ ເພື່ອສາມາດຢຸດຕິສົງຄາມກາງເມືອງຢູ່ ຊີຣີ.
ຝະຣັ່ງ ເນັ້ນໜັກເຖິງຄວາມຈຳເປັນ ຕ້ອງເຈລະຈາກັບປະທານາທິບໍດີ ຊີຣີ - ảnh 1ທ່ານປະທານາທິບໍດີ Emmanuel Macron (ພາບ: AFP/TTXVN)

ວັນທີ 17 ທັນວາ, ເມື່ອຕອບສຳພາດຕໍ່ຊອງໂທລະພາບແຫ່ງລັດ France 2, ທ່ານປະທານາທິບໍດີ Emmanuel Macron ໃຫ້ຮູ້ວ່າ: ທ່ານໄດ້ປ່ຽນຫຼັກໝັ້ນເມື່ອເຊື່ອໝັ້ນວ່າ ການເຈລະຈາກັບທ່ານປະທານາທິບໍດີ Bashar Al Assad ແມ່ນສິ່ງທີ່ຈຳເປັນ. ທ່ານປະທານາທິບໍດີ Emmanuel Macron ກໍ່ຄາດຄະເນວ່າ ອົງການ “ລັດອິດສະລາມ” (IS) ຢູ່ ຊີຣີ ຈະຖືກຕີໃຫ້ປະລາໄຊ. ຜ່ານນັ້ນ ຊຸກຍູ້ລັດຖະບານ ຊີຣີ ແລະ ຝ່າຍຄ້ານ ພ້ອມກັນມຸ່ງໄປເຖິງການເຈລະຈາສັນຕິພາບໃໝ່ໃນຕົ້ນປີ 2018.

ຕອບກັບ

ຂ່າວ/ບົດ​ອື່ນ