ພັກ ແລະ ລັດ ຕີລາຄາສູງບົດບາດ, ກຳລັງແຮງ ແລະ ປະສິດທິຜົນການປະກອບສ່ວນຂອງພຸດທະສາສະໜາຫວຽດນາມ

(VOVWORLD) -  ຫົວຂໍ້ຂອງກອງປະຊຸມໃຫຍ່ຄັ້ງທີ 8 ສະມາຄົມພຸດທະສາສະໜາ ຫວຽດນາມ ແມ່ນ: “ພຸມປັນຍາ - ລະບຽບວິໄນ - ເຊື່ອມໂຍງ - ການພັດທະນາ”, ສະແດງເຖິງຄວາມຕັດສິນໃຈຂອງພະສົງສຳມະເນັນພຸດທະສາສະນິກກະຊົນ ຫວຽດນາມ.    
 
ພັກ ແລະ ລັດ ຕີລາຄາສູງບົດບາດ, ກຳລັງແຮງ ແລະ ປະສິດທິຜົນການປະກອບສ່ວນຂອງພຸດທະສາສະໜາຫວຽດນາມ - ảnh 1 ກອງປະຊຸມໃຫຍ່ຜູ້ແທນພຸດທະສາສະໜາທົ່ວປະເທດຄັ້ງທີ 8

ຕອນເຊົ້າວັນທີ 21 ພະຈິກ, ກອງປະຊຸມໃຫຍ່ຜູ້ແທນພຸດທະສາສະໜາທົ່ວປະເທດຄັ້ງທີ 8, ອາຍຸການ 2017 – 2022, ສະມາຄົມພຸດທະສາສະໜາ ຫວຽດນາມ, ໄດ້ໄຂຂຶ້ນຢູ່ຫໍວັດທະນະທຳ ມິດຕະພາບ ຫວຽດໂຊ ຮ່າໂນ້ຍ. ກອງປະຊຸມໃຫຍ່ມີການເຂົ້າຮ່ວມຂອງຜູ້ແທນ 1.250 ຄົນ ເຊິ່ງລວມມີ: ບັນດາຜູ້ມີຍົດສັກຕຳແໜ່ງທາງສາສະໜາພຸດ ຫວຽດນາມ, ພຸດທະສາສະນິກກະຊົນ, ພະສົງສຳມະເນນ ຫວຽດນາມ ຢູ່ຕ່າງປະເທດ. ເຂົ້າຮ່ວມກອງປະຊຸມໃຫຍ່ກໍ່ຍັງ ມີທ່ານ ເວືອງດິ່ງເຫ້ວ, ຮອງນາຍົກລັດຖະມົນຕີ, ຜູ້ຕາງໜ້າການນຳ, ອະດີດການນຳພັກ, ລັດ, ທ່ານ ເຈີ່ນແທງເໝີນ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ; ເອກອັກຄະລັດຖະທູດ ອິນເດຍ ແລະ ສີລັງກາ ປະຈຳ ຫວຽດນາມ, ຜູ້ມີຍົດຖາບັນດາສັກພຸດທະສາສະໜາມາຈາກ ລາວ, ກຳປູເຈຍ, ມຽນມາ, ໄທ, ຍີ່ປຸ່ນ…

        ຫົວຂໍ້ຂອງກອງປະຊຸມໃຫຍ່ຄັ້ງທີ 8 ສະມາຄົມພຸດທະສາສະໜາ ຫວຽດນາມ ແມ່ນ: “ພຸມປັນຍາ - ລະບຽບວິໄນ - ເຊື່ອມໂຍງ - ການພັດທະນາ”, ສະແດງເຖິງຄວາມຕັດສິນໃຈຂອງພະສົງສຳມະເນັນພຸດທະສາສະນິກກະຊົນ ຫວຽດນາມ.     

        ກ່າວຄຳເຫັນທີ່ກອງປະຊຸມໃຫຍ່, ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ, ເນັັ້ນໜັກວ່າ:

        “ພ້ອມກັບທົ່ວພັກ, ທົ່ວປະຊາຊົນ, ພະສົງສຳມະເນນ, ພຸດທະສາສະນິກກະຊົນ ຫວຽດນາມ ໄດ້ ແລະ ພວມປະກອບສ່ວນກຳລັງເຫື່ອແຮງ, ພຸມປັນຍາ ຢ່າງຫຼວງຫຼາຍດ້ວຍບັນດາວຽກງານດີທີ່ຕໍ່ຊີວິດ, ຕໍ່ປະຊາຊົນ, ຕັ້ງໜ້າເຂົ້າຮ່ວມບັນດາຂະບວນການແຂ່ງຂັນຮັກຊາດ, ບັນດາການເຄື່ອນໄຫວພັດທະນາເສດຖະກິດ ສັງຄົມ, ຊ່ວຍຜູ້ເຖົ້າຜູ້ແກ່ຢູ່ໂດດດ່ຽວ… ໝາກຜົນຂອງບັນດາວຽກງານນັ້ນນັບມື້ນັບຢັ້ງຢືນວ່າ ສະມາຄົມພຸດທະສາສະໜາ ຫວຽດນາມ ຍາມໃດກໍ່ແມ່ນອົງການສາສະໜາມີມູນເຊື້ອຮັກຊາດ, ສະໜິດຕິດພັນກັບຊາດ. ພັກ ແລະ ລັດ ຕີລາຄາສູງ ແລະ ເຊື່ອໝັ້ນວ່າ ໃນບົດບາດ, ກຳລັງແຮງ ແລະ ປະສິດທິຜົນການປະກອບສ່ວນຂອງພຸດທະສາສະໜາ ຫວຽດນາມ ໃນການຕໍ່ສູ້ປົດປ່ອຍຊາດໃນເມື່ອກ່ອນນີ້ ກໍ່ຄືໃນພາລະກິດແຫ່ງການປ່ຽນໃໝ່ໃນປະຈຸບັນ ບົນຈິດໃຈຄວາມເສລີໃນການເຫຼື້ອມໃສ, ສາສະໜາ, ມະຫາສາມັກຄີທົ່ວປວງຊົນ, ສາມັກຄີ ແລະ ຄວາມສະໝີພາບສາສະໜາ.”

        ກອງປະຊຸມໃຫຍ່ພຸດທະສາສະໜາທົ່ວປະເທດ ຄັ້ງທີ 8 ກໍ່ປຶກສາຫາລື ກ່ຽວກັບການປັບປຸງກົດບັດ ສະມາຄົມພຸດທະສາສະໜາ ຫວຽດນາມ ເໝາະສົມກັບສະພາບຕົວຈິງແຫ່ງການບໍລິຫານການເຄື່ອນໄຫວວຽກງານພຸດທະສາສະໜາ ໃນໄລຍະປະຈຸບັນ ແລະ ເໝາະສົມກັບກົດໝາຍຂອງລັດ ໃນສະພາບການກົດໝາຍວ່າດ້ວຍການເຫຼື້ອມໃສ, ສາສະໜາ ຈະມີຜົນສັກສິດນັບແຕ່ເດືອນ ມັງກອນປີ 2018.

ຕອບກັບ

ຂ່າວ/ບົດ​ອື່ນ