ພັກກອມມູນິດຫວຽດນາມແລະພັກກອມມູນິດເຊັກໂກ-Moravaເພີ່ມທະວີການລົງທຶນ

ພັກກອມມູນິດຫວຽດນາມແລະພັກກອມມູນິດເຊັກໂກ-Moravaເພີ່ມທະວີການລົງທຶນ - ảnh 1

(vovworld) – ​ເນື່ອງ​ໃນ​ໂອກາດບຸນປີ​ໃໝ່​ປະ​ຈຳ​ຊາດ​ປີວ​ອກ 2016 ​ແລະ ສະ​ເຫຼີ​ມສະຫຼອງ 86 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ພັກ​ກອມ​ມູນິດ ຫວຽດນາມ (3/2/1930 – 3/2/2016), ນັກ​ຂ່າວ​ສຳນັກ​ຂ່າວສານ ຫວຽດນາມ ປະ​ຈຳ ປຣາຮາ ມີ​ການ​ແລກປ່ຽນ​ກັບ​ທ່ານ Vojtech Filip, ​ຮອງ​ປະທານ​ສະພາ​ຕຳ່, ປະທານ​ພັກ​ກອມ​ມູນິດ ​ເຊັກ​​ໂກ - Morava ​ແລະ ທ່ານ Pavel Kovacik, ສະມາ​ຊິກສະພາ​ຕຳ່, ປະທານ​ສະ​ໂມ​ສອນສະມາ​ຊິກລັດຖະສະພາ​ສະພາ​ ກອມ​ມູນິດ​ຢູ່ສະພາ​ແຫ່ງ​ຊາດ ​ເຊັກ​ໂກ, ປະທານ​ກຸ່ມ ສສຊ ມິດຕະພາບ ​ເຊັກ​ໂກ - ຫວຽດນາມ. ທ່ານ Vojtech Filip ​ໄດ້​ອວຍພອນ​ພັກ​ກອມ​ມູນິດ ຫວຽດນາມ ຈັດ​ຕັ້ງ​ກອງ​ປະຊມ​ໃຫຍ່​ຄັ້ງ​ທີ 12 ສຳ​ເລັດ​ຜົນ ​ແລະ ທ່ານ ຫງວຽນ​ຟູ໋ຈ້ອງ ສືບ​ຕໍ່​ໄດ້​ຮັບ​ການ​ເລືອກ​ຕັ້ງ​ເປັນ​​ເລຂາທິການ​ໃຫຍ່. ທ່າ​ນ​ເນັ້ນ​ໜັກ​ວ່າ: ພັກ​ກອມ​ມູນິດ ຫວຽດນາມ ​ແມ່ນ​​ແບບຢ່າງ​ເພື່ອ​ໃຫ​້​ພັກ​ກອມ​ມູນິດ ​ເຊັກ​​ໂກ - Morava ຮ​ຳ່ຮຽນ​ຕາມ. ​ໃນ​ເດືອນ 9/2016 ນີ້, ພັກ​ກອມ​ມູນິດ ​ເຊັກ​​ໂກ - Morava ຈະ​ຈັດ​ຕັ້ງ​ກອງ​ປະຊຸ​ມສຳ​ມະ​ນາສາ​ກົນ​ກ່ຽວ​ກັບ​ທິດ​ສະ​ດີ​ຂອງ​ບັນດາ​ພັກ​ກອມ​ມູນິດ, ກຳມະກອນ ​ແລະ ຂະ​ບວນການ​ຝ້າຍ​ຊ້າຍ​ໃນ​ໂລກ. ທ່ານ Filip ຫວັງ​ວ່າ​ພັກ​ກ​ອມມູນິດ ຫວຽດນາມ ຈະ​ສົ່ງ​ຜູ້​ແທນ​ເຂົ້າ​ຮ່ວມ.

        ຜ່ານ​ການ​ຢ້ຽມຢາມ ຫວຽດນາມ ​ຄັ້ງ​ຕ່າງໆ ​ໃນ​ຖານະ​ເປັນ​ຮອງ​ປະທານ​ສະພາ​ຕຳ່ ​ແລະ ປະທານພັກ​ກອມ​ມູນິດ ​ເຊັກ​​ໂກ - Morava, ​ທ່ານ Filip ຮັບຮູ້​ວ່າ ຫວຽດນາມ ​ໄດ້ ​ແລະ ພວມ​ມີ​ການ​ພັດທະນາ​ຂະຫຍັນ​ຂັນ​ເຄື່ອນ, ຄ່ອຍໆ​ກາຍ​ເປັນປະ​ເທດ​ນຳ​ໜ້າດ້ານ​ເສດຖະກິດ​ຂອງ​ພາກ​ພື້ນ. ຫວຽດນາມ ​ແລະ ສ. ​ເຊັກ​ໂກ​ມີ​ການ​ພົວພັນ​ມິດຕະພາບ, ທີ່​ເປັນ​ມູນ​ເຊື້ອ. ສ. ​ເຊັກ​ໂກ ຍາມ​​ໃດ​ກໍ​ສະ​ໜັບສະ​ໜູນ ຫວຽດນາມ ​ໃນ​ໄລຍະ​ຕໍ່ສູ້​ປົດ​ປ່ອຍ​ຊາດ​ກ່ອນ​ນີ້ ກໍ​ຄື​ໃນ​ພາລະກິດ​ກໍ່ສ້າງ​ລັດທິ​ສັງຄົມ​ນິຍົມໃນ​ປະ​ຈຸ​ບັນ. ​ເນື່ອງ​ໃນ​ໂອກາດ​ບຸນປີ​ໃໝ່​ປະຈຳ​ຊາດ​ປີວ​ອກ 2016, ທ່ານ​ຝາກ​ຄຳ​ອວຍພອນ​ເຖິງ​ປະຊາຊົນ ຫວຽດນາມ ​ແລະ ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າການ​ພົວພັນ​ຮ່ວມ​ມື​ລະ​ຫວ່າງ ​ເຊັກ​ໂກ ​ແລະ ຫວຽດນາມ ຈະ​ມີ​ບາດກ້າວ​ພັດທະນາ​ຢ່າງ​ແຮງ​ໃນ​ປີ 2016 ກໍ​ຄື​ຊຸມ​ປີ​ຈະ​ມາ​ເຖິງ.


ຂ່າວ/ບົດ​ອື່ນ