ພັກກຳອຳນາດ ແລະ ພັກຝ່າຍຄ້ານຮັບຮອງໝາກຜົນແຫ່ງການເລືອກຕັ້ງສະພາປະຊາຊົນຂັ້ນຕາແສງຢູ່ ກຳປູເຈຍ

(VOVWORLD) - ບັນດາພັກການເມືອງຢູ່ ກຳປູເຈຍ ລວມມີພັກປະຊາຊົນ (CPP) ກຳອຳນາດ ແລະ ພັກກູ້ຊາດຝ່າຍຄ້ານ (CNRP) 
ພັກກຳອຳນາດ ແລະ ພັກຝ່າຍຄ້ານຮັບຮອງໝາກຜົນແຫ່ງການເລືອກຕັ້ງສະພາປະຊາຊົນຂັ້ນຕາແສງຢູ່ ກຳປູເຈຍ - ảnh 1ການເລືອກຕັ້ງສະພາປະຊາຊົນຂັ້ນຕາແສງ (ພາບ: EPA/TTXVN)

ໄດ້ອອກຖະແຫຼງການຮັບຮອງໝາກຜົນຢ່າງທາງການຂອງການເລືອກຕັ້ງສະພາປະຊາຊົນຂັ້ນຕາແສງ ຊຶ່ງດຳເນີນໃນວັນທີ 04 ມິຖຸນາ ແລະ ຫາກໍ່ໄດ້ຮັບການປະກາດຈາກຄະນະກຳມະການເລືອກຕັ້ງແຫ່ງຊາດ ກຳປູເຈຍ (NEC). ຖະແຫຼງການຂອງ CPP ໃຫ້ຮູ້ວ່າ: ໄຊຊະນະຂອງພັກນີ້ ໃນການເລືອກຕັ້ງສະພາປະຊາຊົນຂັ້ນຕາແສງສະແດງໃຫ້ເຫັນໂຄງການປະຕິຮູບ ແລະ ການປະຕິບັດນະໂຍບາຍຂອງລັດຖະບານ ກຳປູເຈຍ ໄດ້ໄປຖືກທິດທາງ, ສ້າງຜົນປະໂຫຍດແທດຈິງຫລາຍຢ່າງໃຫ້ແກ່ປະຊາຊົນ. ພັກ CPP ຈະສືບຕໍ່ຍາດເອົາໄຊຊະນະໃນການເລືອກຕັ້ງທົ່ວປະເທດໃນເດືອນ ກໍລະກົດ ປີ 2018 ຈະມາເຖິງ.

        ໝາກຜົນການເລືອກຕັ້ງສະພາປະຊາຊົນຂັ້ນຕາແສງຢ່າງເປັນທາງການ ໂດຍ NEC ປະກາດໃນວັນທີ 25 ມິຖຸນາ ໃຫ້ຮູ້ວ່າ: ພັກ CPP ກຳອຳນາດຮັກສາທີ່ຕັ້ງອັນດັບໜຶ່ງ, ທີ່ສອງແມ່ນພັກຝ່າຍຄ້ານ CNRP.

        

ຕອບກັບ

ຂ່າວ/ບົດ​ອື່ນ