ພັກຂອງນາຍົກລັດຖະມົນຕີ ເຢຍລະມັນ ຍາດໄດ້ໄຊຊະນະໃນການເລືອກຕັ້ງສະຫະພັນ ເຢຍລະມັນ

(VOVWORLD) - ດ້ວຍບັດສະໜັບສະໜູນ 32,5% ໃນຈຳນວນບັດເລືອກຕັ້ງທັງໝົດຂອງຜູ້ມີສິດເລືອກຕັ້ງ ເຢຍລະມັນ ໃນການເລືອກຕັ້ງວັນທີ 24 ກັນຍາ, ພັນທະມິດກຳອຳນາດຂອງພັກປະຊາທິປະໄຕສາສະໜາຄິຼດ CDU ແລະ ສະຫະພັນສັງຄົມສາສະໜາຄິຼດ CSU
ພັກຂອງນາຍົກລັດຖະມົນຕີ ເຢຍລະມັນ ຍາດໄດ້ໄຊຊະນະໃນການເລືອກຕັ້ງສະຫະພັນ ເຢຍລະມັນ - ảnh 1 ທ່ານນາງນາຍົກລັດຖະມົນຕີ ເຢຍລະມັນ Angela Merkel  ພາບ: Reuters

ຂອງທ່ານນາງນາຍົກລັດຖະມົນຕີ ເຢຍລະມັນ Angela Merkel ໄດ້ຮັບໄຊຊະນະໃນການເລືອກຕັ້ງສະຫະພັນ ເຢຍລະມັນ. ບັນດາການຢັ່ງຫາງສຽງກ່ອນທີ່ຈັດຕັ້ງການເລືອກຕັ້ງ ລ້ວນແຕ່ຖືວ່າ: CDU ແລະ CSU ຈະຍາດໄດ້ແຕ່ 36 – 37% ຂອງຈຳນວນບັດເລືອກຕັ້ງ. ຄາດວ່າ CDU – CSU ພຽງແຕ່ກວມ 219 ທີ່ນັ່ງໃນສະພາແຫ່ງຊາດສະຫະພັນ ເຢຍລະມັນ ໃນຊຸດທີ່ຈະມາເຖິງເທົ່ານັ້ນ, ໜ້ອຍກ່ວາຊຸດກ່ອນ 30 ທີ່ນັ່ງ. ພັກຝ່າຍຂວາ “ເສັ້ນທາງອື່ນໃຫ້ປະເທດ ເຢຍລະມັນ” – AFD ຍາດໄດ້ 13,5% ຂອງຈຳນວນບັດເລືອກຕັ້ງ ແລະ ມີປະມານ 87 ທີ່ນັ່ງໃນສະພາແຫ່ງຊາດສະຫະພັນ ເຢຍລະມັນ ຊຸດຈະມາເຖິງ. ດ້ວຍເລື່ອງ ຍາດໄດ້ພຽງປະມານ 20% ໃນຈຳນວນບັດເລືອກຕັ້ງນັ້ນ, ພັກປະຊາທິປະໄຕສັງຄົມ (SPD) ບັນລຸໝາກຜົນແຫ່ງການເລືອກຕັ້ງຕ່ຳທີ່ສຸດ ນັບແຕ່ພາຍຫລັງສົງຄາມໂລກຄັ້ງທີ 2.

ຕອບກັບ

ຂ່າວ/ບົດ​ອື່ນ