ພັກຝ່າຍຄ້ານກຳປູເຈຍ ຕົກລົງຈັດການເຈລະຈາຮອບສຸດທ້າຍກ່ຽວກັບການເລືອກຕັ້ງປີ 2018

ພັກຝ່າຍຄ້ານກຳປູເຈຍ ຕົກລົງຈັດການເຈລະຈາຮອບສຸດທ້າຍກ່ຽວກັບການເລືອກຕັ້ງປີ 2018 - ảnh 1
ທ່ານ​ປະທານ​ພັກຝ່າຍ​ຄ້ານ​ກູ້​ຊາດ ກຳປູ​ເຈຍ Sam Rainsy
(ພາບ: TTXVN)


(vovworld) –  ຄໍ່າ​ຄືນ​ວັນ​ທີ 20/07, ທ່ານ​ປະທານ​ພັກຝ່າຍ​ຄ້ານ​ກູ້​ຊາດ ກຳປູ​ເຈຍ (CNRP)​ Sam Rainsy ຖະ​ແຫຼ​ງວ່າ CNRP ຕົກລົງ​ຈັດ​ຕັ້ງ​ການ​ເລືອກ​ຕັ້ງ​ໃນ​ເດືອນ 02/2018 ​ເພື່ອ​ແລກ​ເອົາ​ການ​ສ້າງ​ຕັ້ງ​ຄະນະ​ກຳມະການ​ເລືອກ​ຕັ້ງ​ແຫ່ງ​ຊາດ (NEC) ​ໃໝ່ ​ແລະ ຈະ​ຈັດການເຈລະຈາ​ເປັນ​ຄັ້ງ​ສຸດ​ທ້າຍ​ກັບ​ພັກ​ປະຊາຊົນ​ກຳປູ​ເຈຍ (CPP) ກຳ​ອຳນາດ​ໃນ​ວັນ​ທີ 22/07. ​ໃນ​ Facebook ສ່ວນ​ຕົວ, ທ່ານ Sam Rainsy ​ໄດ້​ລົງ​ຖະ​ແຫຼງການໜຶ່ງ​ທີ່ມີກາຈ້ຳ​ຂອງ CNRP ​ແລະ ພັກກຳ​ອຳນາດ CPP, ​ໃນ​ນັ້ນ​ໃຫ້​ຮູ້​ວ່າ ການ​ເຈລະຈາ​ຄັ້ງ​ສຸດ​ທ້າຍ​ແມ່ນ​ເພື່ອ​ແນ​ໃສ່​ຢຸດ​ຕິ​ສະພາບ​ການ​ເມືອງ​ບໍ່​ມີ​ທາງ​ອອກ ​ເຊິ່ງຈະ​ໄດ້​ດຳ​ເນີນ​ໄປ​ຢູ່​ສະພາ​ສູງ​ໃນ​ເວລາ 9 ​ໂມງ​ເຊົ້າ ບົນ​ພື້ນຖານ​ຫຼັກການ​ຂໍ້​ຕົກລົງ​ທີ່ບັນລຸ​ໄດ້​ລະຫວ່າງ​ທ່ານ​ນາຍົກລັດຖະມົນຕີ Hun Sen ​ແລະ ຫົວໜ້າ​ພັກ​ຝ່າຍ​ຄ້ານ Sam Rainsy ​ໃນ​ວັນ​ທີ 09/04. ທ່ານ Sam Rainsy ກໍ່​ໃຫ້​ຮູ້​ວ່າ ບັນດາ​ຈຸດ​ຕົ້ນ​ຕໍຂອງ​ຂໍ້​ຕົກລົງ​ເຈລະຈາ​ຂັ້ນ​ສູງ​ລວມມີ​ການ​ສ້າງ​ຕັ້ງ NEC ​ໃໝ່​ທີ່ເໝາະ​ສົມ​ກັບ​ລັດຖະທຳ​ມະນູນ ​​​ໂດຍ​ມີ​ການ​ຮັບ​ຮອງ​ຂອງ 2 ພັກ, ​ເຊິ່ງຈະຈັດ​ຕັ້ງ​ການ​ເລືອກ​ຕັ້ງ​ຂັ້ນ​ຕາ​ແສງ​ໃນ​ເດືອນ 02/2017 ​ແລະ ການ​ເລືອກ​ຕັ້ງ​ສະພາ​ແຫ່ງ​ຊາດ​ໃນ​ເດືອນ 02/2018.

ຂ່າວ/ບົດ​ອື່ນ