ພັກ,ລັດຍາມໃດກໍ່ເອົາໃຈໃສ່,ເບິ່ງແຍງດູແລ,ສະຫງວນແຫຼ່ງກຳລັງຫຼາຍຢ່າງເພີ່ອປົກປ້ອງ,ໜູນຊ່ວຍໃຫ້ແກ່ເດັກ

(VOVWORLD) -ພັກ,ລັດຍາມໃດກໍ່ເອົາໃຈໃສ່,ເບິ່ງແຍ້ງດູແລ,ສະຫງວນແຫຼ່ງກຳລັງຫຼາຍຢ່າງເພີ່ອປົກປ້ອງ ແລະ ໜູນຊ່ວຍໃຫ້ແກ່ເດັກ. ນີ້ແມ່ນຄຳຢືນຢັນຂອງທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ

ພັກ,ລັດຍາມໃດກໍ່ເອົາໃຈໃສ່,ເບິ່ງແຍງດູແລ,ສະຫງວນແຫຼ່ງກຳລັງຫຼາຍຢ່າງເພີ່ອປົກປ້ອງ,ໜູນຊ່ວຍໃຫ້ແກ່ເດັກ - ảnh 1 (ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ,ໄດ້ຍ້ອງຍໍພວກນ້ອງເຍົາວະຊົນອະນຸຊົນ)

ໃນວັນທີ 22 ສິງຫາ, ທີ່ການພົບປະກັບຄະນະຜູ້ແທນເຂົ້າຮ່ວມງານມະໂຫລານເຍົາວະຊົນອະນຸຊົນບັນດາເຜົ່າທົ່ວປະເທດຄັ້ງທີ 3 ປີ 2017. ບັນດາພວກນ້ອງແມ່ນແບບຢ່າງດີເດັ່ນຊາວຊົນເຜົ່າໃນທົ່ວປະເທດ ທີ່ໄດ້ມານະພະຍາຍາມບືນຕົວຂຶ້ນໃນການຮ່ຳຮຽນ ແລະ ຝຶກຝົນຫຼໍ່ຫຼອມ. ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ, ໄດ້ຍ້ອງຍໍພວກນ້ອງເຍົາວະຊົນອະນຸຊົນ ແລະ ຫວັງວ່າ.

        “ພວກຂ້າພະເຈົ້າຫວັງວ່າ, ພວກຫຼານຈົ່ງສືບຕໍ່ສືບທອດ, ສ້າງໜ້າປະຫວັດສາດທີ່ເປັນມູນເຊື້ອອັນດີງາມຂອງກອງເຍົາວະຊົນ ແລະ ສືບທອດມູນເຊື້ອທີ່ສະຫງ່າອົງອາດຂອງລຸ້ນພໍ່, ລຸ້ນອ້າຍ ເພື່ອສ້າງສາປະເທດຊາດຫວຽດນາມ ໃຫ້ນັບມື້ນັບສວຍງາມ, ຮັ່ງມີ, ເຂັ້ມແຂງ, ສີວິໄລ, ອີ່ມໜຳສຳລານ, ສົມບຸນພູນສຸກ. ອະນາຄົດຂອງປະເທດຊາດນອນໃນກຳມືຂອງພວກຫຼານ, ພວກຫຼານແມ່ນບັນດາເຈົ້າຂອງໃນອະນາຄົດຂອງປະເທດຊາດ”.

ຕອບກັບ

ຂ່າວ/ບົດ​ອື່ນ