ພັກ,ລັດເບິ່ງແຍດູແລໜູນຊ່ວຍບຸນປີໃໝ່ປະຈຳຊາດ 2015ໃຫ້ແກ່ຄົນທຸກຍາກ,ຜູ້ມີຄຸນງາມຄວາມດີ

ພັກ,ລັດເບິ່ງແຍດູແລໜູນຊ່ວຍບຸນປີໃໝ່ປະຈຳຊາດ 2015ໃຫ້ແກ່ຄົນທຸກຍາກ,ຜູ້ມີຄຸນງາມຄວາມດີ - ảnh 1
ທ່ານ​ນາງ ຟ້າມ​ທິ​ຫາຍ​ຈ່​ວຽນ ໃນ​ລາຍ​ການ “ປະ​ຊາ​ຊົນ​ຖາມ, ລັດ​ຖະ​ມົນ​ຕີ​ຕອບ”
(ພາບ: molisa.gov.vn)

(vovworld) - ບຸນ​ປີ​ໃໝ່​ປະ​ຈຳ​ຊາດ​ປີ​ມະ​ແມ 2015 ແມ່ນ​ໂອ​ກາດ​ເພື່ອ​ໃຫ້​ພັກ, ລັດ ເອົາ​ໃຈ​ໃສ່​ເບິ່ງ​ແຍງ​ດູ​ແລ​ໃຫ້​ປະ​ຊາ​ຊົນ, ພິ​ເສດ​ແມ່ນ​ເປົ້າ​ໝາຍ​ທຸກ​ຍາກ, ຜູ້​ມີ​ຄຸນ​ງາມ​ຄວາມ​ດີ ແລະ ຄອບ​ຄົວ​ເປົ້າ​ໝາຍ​ນະ​ໂຍ​ບາຍ. ນັ້ນ​ແມ່ນຄຳຢັ້ງ​ຢືນ​ຂອງ​ທ່ານ​ນາງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ແຮງ​ງານ, ທະ​ຫານ​ເສຍ​ອົງ​ຄະ ແລະ ສັງ​ຄົມ ຫວຽດ​ນາມ ຟ້າມ​ທິ​ຫາຍ​ຈ່​ວຽນ ໃນ​ລາຍ​ການ “ປະ​ຊາ​ຊົນ​ຖາມ, ລັດ​ຖະ​ມົນ​ຕີ​ຕອບ” ເມື່ອ​ວັນ​ທີ 25/1. ທ່ານ​ນາງ ຟ້າມ​ທິ​ຫາຍ​ຈ່​ວຽນ, ຊີ້​ແຈ້ງວ່າ:

        “ສຳ​ລັບ​ຜູ້​ມີ​ຄຸນ​ງາມ​ຄວາມ​ດີ​ໂດຍ​ປະ​ທານ​ປະ​ເທດ​ຕົກ​ລົງ​ມອບ​ຂອງ​ຂວັນ​ບຸນ​ເຕັດ​ດ້ວຍ 2 ລະ​ດັ​ບ. ​ໃນ​ສະ​ເພາະ​ໜ້າ, ລັດ​ຖະ​ບານ​ຊີ້​ນຳ​ມອບ​ໝາຍ​ໃຫ້​ບັນ​ດາ​ທ້ອງ​ຖິ່ນ​ຕິດ​ຕາມກວດ​ກາ, ກຳ​ແໜ້ນ​ບັນ​ດາ​ເປົ້າ​ໝາຍ, ​ຈັດ​ແບ່ງ​ປະ​ເພດ, ເປົ້າ​ໝາຍ ແລະ ຮັບ​ປະ​ກັນ​ໃຫ້​ປະ​ຊາ​ຊົນ​ທຸກ​ຄົນ​ໄດ້​ຕ້ອນ​ຮັບ​ບຸນ​ເຕັດ. ດັ່ງ​ນັ້ນ, ມີ 2 ລະ​ດັບ​ໜ​ູນ​ຊ່ວຍ: ໜູນ​ຊ່ວຍ​ດ້ວຍ​ເງິນ ແລະ ທີ່​ສ​ອງ​ແມ່ນ​ໜູນ​ຊ່ວຍ​ດ້ວຍ​ເຂົ້າ​ສານ. ເພື່ອ​ປະ​ຕິ​ບັດ​ບັນ​ຫານີ້ ຂະ​ແໜງ​ແຮງ​ງານ​ໄດ້​ຊີ້​ນຳ​ໃຫ​້​ບັນ​ດາ​ທ້ອງ​ຖິ່ນ​ຕິດ​ຕາມກວດ​ກາ, ​ຈັດ​ແບ່ງ​ປະ​ເພດ, ເປົ້າ​ໝາຍ, ສ້າງ​ບັນ​ຊີ​ລາຍ​ຊື່ ແລະ ລາຍ​ງານ​ຕໍ່​ການ​ນຳ​ທ້ອງ​ຖິ່ນ​ເພື່ອ​ຕົກ​ລົງ​ລະ​ດັບ​ໜູນ​ຊ່ວຍ. ບົນ​ພື້ນ​ຖານນັ້ນ, ກໍ່​​ຈະລະ​ດົມ​ບັນ​ດາ​ວິ​ສາ​ຫະ​ກິດ, ບັນ​ດາ​ຜູ້​ໃຈ​ບຸນ​ໃຈ​ກຸ​ສົນ​ພ້ອມ​ກັນ​ເຂົ້າ​ຮ່ວມ​ລາຍ​ການ​ໜ​ູນ​ຊ່ວຍນີ້.”

        ທ່ານ​ນາງ​ລັດ​ຖະ​ມົນ​ຕີ​ ຟ້າມ​ທິ​ຫາຍ​ຈ່​ວຽນ ໃຫ້​ຮູ້​ວ່າ: ຕາມ​ບົດ​ລາຍ​ງານ​ຂອງ​ບັນ​ດາ​ທ​້ອງ​ຖິ່ນ​ແລ​້ວ, ສະ​ພາບ​ການມ​ອບ​ເງິນ​ບຳ​ເນັດ​ປີ​ໃໝ່​ມະ​ແມ 2015 ເພີ່ມ​ຂຶ້ນ 15% ເມື່ອ​ທຽບ​ໃສ່​ປີ 2014.

 


ຂ່າວ/ບົດ​ອື່ນ