ພັກ,ລັດແລະປະຊາຊົນຫວຽດນາມຍາມໃດກໍ່ຮຽງບ່າຮຽງໄຫຼ່ກັບບັນດາເພື່ອນລາວ

ພັກ,ລັດແລະປະຊາຊົນຫວຽດນາມຍາມໃດກໍ່ຮຽງບ່າຮຽງໄຫຼ່ກັບບັນດາເພື່ອນລາວ - ảnh 1
ທ່ານ​ນາຍົກລັດຖະມົນຕີຫງວຽນ​ເຕິ໋ນຢຸງ ແລະ ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ​ລາວ ຈູມ​ມະ​ລີ ​ໄຊ​ຍະ​ສອນ
(ພາບ: VGP/Nhật Bắc)

(vovworld) – ພັກ, ລັດ ​ແລະ ປະຊາຊົນ​ຫວຽດນາມ ຍາມ​ໃດ​ກໍ່​ຮຽງ​ບ່າ​ຮຽງ​ໄຫຼ່​ກັບ​ບັນດາ​ເພື່ອນ​ລາວ. ນີ້​ແມ່ນ​ຄຳ​ຢັ້ງຢືນ​ຂອງ​ທ່ານ​ນາຍົກລັດຖະມົນຕີຫງວຽນ​ເຕິ໋ນຢຸງ ທີ່​ການ​ເຈລະຈາ​ກັບ​ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ​ລາວ ຈູມ​ມະ​ລີ ​ໄຊ​ຍະ​ສອນ, ​ໃນ​ຕອນ​ບ່າຍ​ວັນ​ທີ 25/11. ການ​ນຳ​ສອງ​ທ່ານ​ໄດ້​ເຫັນ​ດີ​ເປັນ​ເອກະສັນ​ນຳ​ກັນ​ວ່າ​ທັງ​ສອງ​ຝາຍ​ຈະ​ຕັ້ງໜ້າ​ຊີ້​ນຳ​ບັນດາ​ກະຊວງ, ຂະ​ແໜງ​ການ, ທ້ອງ​ຖີ່​ນຕ່າງໆ​ຂອງ​ສອງ​ປະ​ເທດ​ສືບ​ຕໍ່​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ ​ເພື່ອ​ຜັນ​ຂະຫຍາຍ​ບັນດາ​ຂໍ້​ຕົກລົງ​ຂອງ​ການ​ນຳ​ຂັ້ນ​ສູງ ​ແລະ ຜົນ​ກອງ​ປະຊຸມ​ຄັ້ງ​ທີ 36 ຂອງ​ຄະນະ​ກຳມະການ​ລະຫວ່າງ​ລັດຖະບານ​ຫວຽດນາມ - ລາວ; ພ້ອມ​ທັງ​ກະກຽມ​ໃຫ້​ກອງ​ປະຊຸມ​ຄັ້ງ​ທີ 37 ຂອງ​ຄະນະ​ກຳມະການ​ລະຫວ່າງ​ລັດຖະບານ​​ໃນ​ຕົ້ນ​ປີ 2015. ສອງ​ຝ່າຍ​ກໍ່​ຍູ້​ແຮງ​ຄວາມ​ຄືບ​ໜ້າ​ໃນ​ບັນດາ​ກິດຈະກຳ, ​ໂຄງການ​ນຳ​ໃຊ້​ທຶນ​ຊ່ວຍ​ເຫຼືອ​ພັດທະນາ, ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ວັດທະນະທຳ, ການ​ສຶກສາ - ບຳລຸງ​ສ້າງ, ວິທະຍາສາດ - ​ເຕັກນິກ, ​ສືບ​ຕໍ່​ເປີດ​ກວ້າງ ​ແລະ ​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ບັນດາ​ກະຊວງ, ຂະ​ແໜງ​ການ​ທ້ອງ​ຖີ່​ນ. ສອງ​ຝ່າຍ​ກໍ່​ຢືນຢັນ​ສືບ​ຕໍ່​ເອົາ​ໃຈ​ໃສ່, ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ວິ​ສາ​ຫະກິດ​ສອງ​ປະ​ເທດ​ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ເສດຖະກິດ, ການ​ຄ້າ, ການ​ລົງທຶນ.

​ແລະ​ກໍ່​ໃນຕອນ​ບ່າຍ​ວັນ​ດຽວ​ກັນ, ​ທ່ານ​ນາຍົກລັດຖະມົນຕີຫງວຽນ​ເຕິ໋ນຢຸງ ພ້ອມ​ດ້ວຍ​ຄະນະ​ຜູ້​ແທນ​ຫວຽດນາມ​ໄດ້​ເດ​ີນທາງ​ອອກ​ຈາກ​ວຽງ​ຈັນ​ກັບ​ເມືອ​ຮ່າ​ໂນ້ຍ, ສິ້ນ​ສຸດ​ການ​ເຂົ້າ​ຮ່ວມ​ ກອງ​ປະຊຸມ​ຂັ້ນ​ສູງ​ເຂດ 3 ຫຼ່ຽມພັດທະນາ ກຳປູ​ເຈຍ - ລາວ - ຫວຽດນາມ (CLV) ຄັ້ງ​ທີ 8ຢ່າງ​ຈົບງາມ.


ຂ່າວ/ບົດ​ອື່ນ