ພັກແຮງງານສະວິດ ຈັດຕັ້ງພິທີລະນຶກເຖິງວັນເຖິງແກ່ມໍລະນະກໍາຂອງປະທານປະໂຮ່ຈີມິນຄົບຮອບ 50 ປີ

(VOVWORLD) -    ວັນທີ 14 ກັນຍາ, ພັກແຮງງານສະວິດ ໄດ້ສົມທົບກັບ ສະຖານທູດຫວຽດນາມ ຈັດຕັ້ງພິທີລະນຶກເຖິງວັນເຖິງແກ່ມໍລະນະກໍາຂອງປະທານໂຮ່ຈີມິນຂຶ້ນຢ່າງສົມກຽດ ທີ່ສໍານັກງານຂອງພັກແຮງງານສະວິດ ຢູ່ ເຊີແນວ. 
ພັກແຮງງານສະວິດ ຈັດຕັ້ງພິທີລະນຶກເຖິງວັນເຖິງແກ່ມໍລະນະກໍາຂອງປະທານປະໂຮ່ຈີມິນຄົບຮອບ 50 ປີ - ảnh 1ທ່ານນາງປະທານສະມາຄົມມິດຕະພາບສະວິດ - ຫວຽດນາມ Anjuska Weil (ພາບ: TTXVN)

ເຂົ້າຮ່ວມພິທີ ມີທ່ານປະທານພັກແຮງງານສະວິດ ປະຈໍາ ເຊີແນວ Alexander Eniline, ທ່ານນາງປະທານສະມາຄົມມິດຕະພາບສະວິດ - ຫວຽດນາມ Anjuska Weil, ບັນດາຜູ້ແທນຕາງໜ້າອົງການທາງການທູດ ພ້ອມດ້ວຍເພື່ອນມິດສາກົນ ແລະ ສະວິດ. ໃນບົດກ່າວປາໄສຂອງຕົນ, ທ່ານນາງ Anjuska Weil ໄດ້ແບ່ງປັນ ຄວາມເມົາມົວໃນການຊອກຮູ້ກ່ຽວກັບຊີວິດ ແລະ ພາລະກິດຂອງປະທານໂຮ່ຈີມິນ ພ້ອມທັງຢ້ັງຢືນວ່າ ພິທີລະນຶກເຖິງວັນເຖິງແກ່ມໍລະນະກໍາຂອງປະທານໂຮ່ຈີມິນ ຄົບຮອບ 50 ປີ ກໍແມ່ນໂອກາດເພື່ອທົບທວນຄືນ ແລະ ຢັ້ງຢືນຄຸນຄ່າດ້ານທິດສະດີ ແລະ ພຶດຕິກໍາຕົວຈິງຂອງຄໍາພິໄນກໍາຂອງປະທານໂຮ່ຈີມິນ - ເຊິ່ງເປັນເອກະສານປະຫວັດສາດອັນລໍ້າຄ່າ, ການເຕົ້າໂຮມສິ່ງຍອດຍິ່ງທາງດ້ານແນວຄິດ, ຄຸນສົມບັດ ແລະ ຈິດໃຈອັນສູງສົ່ງຂອງວິລະບຸລຸດ.


ຕອບກັບ

ຂ່າວ/ບົດ​ອື່ນ