ພັດທະນາການພົວພັນຮອບດ້ານ ຫວຽດນາມ - ອາເມລິກາ ກວ່າອີກ

ພັດທະນາການພົວພັນຮອບດ້ານ ຫວຽດນາມ - ອາເມລິກາ ກວ່າອີກ - ảnh 1
ທ່ານ John Kerry ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ
(ພາບ: AP)

(vovworld) -ຕອນ​ບ່າຍ​ວັນ​ທີ 13/1, ທ່ານ John Kerry ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ ປະຈຳ ຫວຽດນາມ ​ໄດ້​ມີ​ການ​ໂອ້​ລົມ​ກ່ຽວ​ກັບ​ການ​ພົວພັນ​ລະຫວ່າງ ຫວຽດນາມ - ອາ​ເມ​ລິ​ກາ, ກັບ​ບັນດາ​ນັກ​ສຶກສາ​ມະຫາວິທະຍາ​ໄຍສ້າງ​ຄູ​ເຕັກນິກນະຄອນ ​ໂຮ່ຈີ​ມິນ. ທີ່​ການ​ໂອ້​ລົມ, ທ່ານ John Kerry ຢືນຢັນ​ຄືນ​ໃໝ່​ວ່າ ອາ​ເມ​ລິ​ກາ ມີ​ຄວາມ​ເອົາ​ໃຈ​ໃສ່ ​ແລະ ຢາກ​ສ້າງ​ການ​ພົວພັນ ຮ່ວມ​ມື​ກັບ ຫວຽດນາມ, ສ້າງ​ລະດັບ​ເຕີບ​ໂຕ​ດ້ານ​ເສດຖະກິດ​ຢ່າງ​ໝັ້ນຄົງ. ທ່ານ John Kerry ສະ​ແດງ​ຄວາມ​ເອກອ້າງ​ທະ​ນົງ​ໃຈ​ຕໍ່​ການ​ພົວພັນ​ລະຫວ່າງ​ ຫວຽດນາມ - ອາ​ເມ​ລິ​ກາ, ພາຍ​ໃນ​ເວລາ 20 ປີ​ມາ​ນີ້, ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ໄດ້​ຮັບ​ການ​ຍົກ​​ຂຶ້ນ​ສູ່​ລະດັບສູງ​ໃໝ່… ປະຈຸ​ບັນ ຫວຽດນາມ​ເປັນ​ຄູ່​ຮ່ວມ​ມື​ຂອງ ອາ​ເມ​ລິ​ກາ​ໃນ​ຂໍ່ລິ​ເລີ່​ມຮັກສາ​ສັນຕິພາບ​ໂລກ. ຝ່າຍ ອາ​ເມ​ລິ​ກາ​ພວມ​ຮ່ວມ​ມື​ຊ່ວຍ​ເຫຼືອ ຫວຽດນາມ ​ໃນ​ຫຼາຍ​ຂົງ​ເຂດ​ຄື: ການ​ສຶກສາ, ການ​ປ້ອງ​ກັນຊາ​ດປ​້ອງກັນ​ຄວາມ​ສະຫງົບ, ໜູນ​ຊ່ວຍ​ຫວຽດນາມ ​ເພີ່ມ​ທະວີ​ການ​ປົກ​ປັກ​ຮັກສາ​ທະ​ເລ, ໝູ່​ເກາະ​ຂອງ​ຕົນ.

“ຂ້າພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ, ​ໃນ​ປະຫວັດສາດ​ຂອງ​ມວນ​ມະນຸດ ບໍ່​ທັນ​ມີ​ປະ​ເທດ​ໃດ​ທີ່​ມີຄວາມ​ມານະ​ພະຍາຍາມ​ຮ່ວມ​ມື​ ຊອກ​ຫາ​ອັດຖິ​ນັກຮົບ​ທີ່​ ເສຍສະຫຼະ​ຊີວິດ​ໃນ​ປາງ​ສົງຄາມຄື ອາ​ເມ​ລິ​ກາ ​ແລະ ຫວຽດນາມ. ພວກ​ເຮົາ​ຕ້ອງ​ເອກອ້າງ​ທະ​ນົງ​ໃຈ​ຕໍ່​ການ​ພົວພັນ​ຮ່ວມ​ມື​ນີ້. ດັ່ງ​ນັ້ນ​ພວກ​ຂ້າພະ​ເຈົ້າ​ພ້ອມ​ແລ້ວ​ທີ່​ຈະ​ຊ່ວຍ​ເຫຼືອ​ຫວຽດນາມ​ແກ້​ໄຂ​ບັນຫາ​ນີ້“.

​ເມື່ອ​ເຕື້ອງ​ເຖິງ​ສັນຍາ​ຄູ່​ຮ່ວມ​ມື​ຂ້າມ​ປາຊີ​ຟິກ (TPP), ທ່ານ John Kerry ຖື​ວ່າ, ຫວຽດນາມ​ຄວາມ​ບຸລິ​ມາ​ສິດ​ເລືອກ​ເຟັ້ນບັນດາ​ຄຸນຄ່າ​ທີ່​ລະບຸ​ໄວ້​ໃນ​ສັນຍາ​ນີ້… ກ່ຽວ​ກັບ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ, ທ່ານ John Kerry ຢືນຢັນ​ວ່າ, ອາ​ເມ​ລິ​ກາ ສະໜັບສະໜູນ​ການ​ແກ້​ໄຂ​ບັນຫາ​ດ້ວຍ​ກົດໝາຍ​ສາກົນ, ບໍ່​ອະນຸຍາດ​ໃຫ້​ປະ​ເທດ​ໃຫຍ່​ນາບ​ຂູ່​ປະ​ເທດ​ນ້ອຍ.

ວັນ​ທີ 14/1, ທ່ານ John Kerry ​ໄດ້​ໄປ​ຢ້ຽມຢາມ​ແຂວງ ກ່າ​ເມົາ, ປຶກສາ​ຫາລື​ກັບ​ບັນດາ​ນັກ​ຊ່ຽວຊານ​ທ້ອງ​ຖີ່​ນ ກ່ຽວ​ກັບ​ບັນຫາ​ສິ່ງ​ແວດ​ລ້ອມ, ການ​ສົມທົບ​ກັນ​ພັດທະນາ​ພະລັງງານ​ປ່ຽນ​ແທນ ​ແລະ ພື້ນຖານ​ໂຄງ​ລ່າງ​ໝັ້ນຄົງ, ການ​ຄຸ້ມ​ຄອງ​ຊັບພະຍາກອນ​ນ້ຳ ​ແລະ ລະບົບ​ຊີວະ​ພາບ​ຢ່າງ​ສະຫຼາດ​ສະຫຼຽວ.

ຂ່າວ/ບົດ​ອື່ນ