ພັດທະນາແຫຼ່ງຊັບພະຍາກອນມະນຸດໃນສັກກະຫຼາດດີຈີຕອນ: ຫວຽດນາມ ເລືອກເຟັ້ນຫົວຂໍ້,ຈຸດເວລາຢ່າງຖືກຕ້ອງ

(VOVWORLD) - ການໂອ້ລົມສົນທະນານະໂຍບາຍຂັ້ນສູງ APEC 2017 ກ່ຽວກັບການພັດທະນາແຫຼ່ງຊັບພະຍາກອນມະນຸດໃນສັກກະຫຼາດ ດີຈີຕອນ ໄດ້ອັດລົງເມື່ອວັນທີ 15 ພຶດສະພາ ພາຍຫຼັງເຮັດວຽກມາເປັນເວລາ 4 ວັນ. 
ພັດທະນາແຫຼ່ງຊັບພະຍາກອນມະນຸດໃນສັກກະຫຼາດດີຈີຕອນ: ຫວຽດນາມ ເລືອກເຟັ້ນຫົວຂໍ້,ຈຸດເວລາຢ່າງຖືກຕ້ອງ - ảnh 1 ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ

ຜູ້ຕາງໜ້າຂອງ 21 ພື້ນຖານເສດຖະກິດໄດ້ຮັບຮອງເອົາຖະແຫຼງການຮ່ວມ, ສ້າງຂອບເຂດ APEC ກ່ຽວກັບການພັດທະນາແຫຼ່ງຊັບພະຍາກອນມະນຸດໃນສັກກະຫຼາດ ດີຈີຕອນ. ກ່ຽວກັບບັນດາການປະກອບສ່ວນລະອຽດຂອງ ຫວຽດນາມ ທີ່ການໂອ້ລົມສົນທະນາຄັ້ງນີ້, ທ່ານ ຢ໋ວານເມົ້າຢ້ຽບ, ຮອງລັດຖະມົນຕີກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ, ໃຫ້ຮູ້ວ່າ:

        “ພວກຂ້າພະເຈົ້າຢາກຢັ້ງຢືນວ່າ ການປະກອບສ່ວນໃຫຍ່ຫຼວງທີ່ສຸດຂອງ ຫວຽດນາມ ເຂົ້າໃນຜົນສຳເລັດຂອງການໂອ້ລົມສົນທະນາຂັ້ນສູງຄັ້ງນີ້ແມ່ນ ຫວຽດນາມ ເລືອກເຟັ້ນຫົວຂ້ໍ, ຈຸດເວລາຢ່າງຖືກຕ້ອງທີ່ສຸດ. ພື້ນຖານເສດຖະກິດສະມາຊິກທັງໝົດລ້ວນແຕ່ເປັນເອກະພາບກັນ ເຖິງວ່າໄດ້ຮັບຜົນກະທົບທີ່ແຕກຕ່າງກັນກໍ່ຕາມ ແຕ່ບັນດາພື້ນຖານເສດຖະກິດ APEC ລ້ວນແຕ່ເໝາະສົບກັບການປະຕິວັດ 4.0, ສັກກະຫຼາດດີຈີຕອນ, ຮຽກຮ້ອງໃຫ້ຕ້ອງມີຄວາມມານະພະຍາຍາມຂອງແຕ່ລະປະເທດສະມາຊິກ.”

ຕອບກັບ

ຂ່າວ/ບົດ​ອື່ນ