ພິ​ທີ​ຊັກ​ທຸງ ອາ​ຊຽນ - ສະ​ເຫຼີມ​ສະຫຼອງ 52 ປີ​ແຫ່ງວັນ​ສ້າງ​ຕັ້ງ ອາ​ຊຽນ

(VOVWORLD) -ນື່ອງໃນໂອກາດສະເຫຼີມສະຫຼອງ 52 ປີແຫ່ງວັນສ້າງຕັ້ງສະມາຄົມປະຊາຊາດບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) (ວັນທີ 8 ສິງຫາ 1967 – 8 ສິງຫາ 2019), ຕອນເຊົ້າວັນທີ 8 ສິງຫາ, ກະຊວງການຕ່າງປະເທດ ຫວຽດນາມ ໄດ້ຈັດຕັ້ງພິທີຊັກທຸງ ອາຊຽນ ປີ 2019 ຢູ່ນະຄອນຫຼວງ ຮ່າໂນ້ຍ.
ພິ​ທີ​ຊັກ​ທຸງ ອາ​ຊຽນ - ສະ​ເຫຼີມ​ສະຫຼອງ 52 ປີ​ແຫ່ງວັນ​ສ້າງ​ຕັ້ງ ອາ​ຊຽນ - ảnh 1 ພິທີຊັກທຸງ ອາຊຽນ - ສະເຫຼີມສະຫຼອງ 52 ປີແຫ່ງວັນສ້າງຕັ້ງ ອາຊຽນ ຢູ່ຫວຽດນາມ (ພາບ:  VGP)

        ເຂົ້າຮ່ວມພິທີມີທ່ານ ຫງວຽນກ໊ວກຢຸງ ຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ, ຫົວໜ້າ SOM (ເຈົ້າໜ້າທີ່ຂັ້ນສູງ) ອາຊຽນ ຫວຽດນາມ, ພ້ອມກັບຜູ້ຕາງໜ້າການນຳຂອງບາງຫົວໜ່ວຍ ແລະ ເອກອັກຄະລັດຖະທູດບັນດາປະເທດ ອາຊຽນ, ບັນດາຄູ່ຮ່ວມມືຂອງ ອາຊຽນ ແລະ ຫຼາຍອົງການຈັດຕັ້ງສາກົນປະຈຳ ຫວຽດນາມ.

        ກ່າວຄຳເຫັນທີ່ພິທີ, ທ່ານ ຫງວຽນກ໊ວກຢຸງ ໄດ້ຫວນຄືນບັນດາໝາກຜົນທີ່ອາຊຽນບັນລຸໄດ້ໃນໄລຍະ 50 ປີທີ່ຜ່ານມາ, ຢັ້ງຢືນວ່າ ອາຊຽນ ນັບມື້ນັບຍົກສູງພາບພົດ ແລະ ທີ່ຕັ້ງຂອງຕົນ ກໍ່ຄືການແຜ່ຂະຫຍາຍບົດບາດ ແລະ ສຽງເວົ້າທັງຢູ່ໃນລະດັບພາກພື້ນ ແລະ ໃນໂລກ, ພ້ອມທັງເນັ້ນໜັກເຖິງບົດບາດເປັນໃຈກາງຂອງ ອາຊຽນ ທີ່ນັບມື້ນັບໄດ້ຮັບການຢັ້ງຢືນ.

        ຕາມທ່ານ ຫງວຽນກ໊ວກຢຸງ ແລ້ວ, ອາຊຽນ ພວມກະກຽມກ້າວເຂົ້າສູ່ປີ 2020, ໂດຍແມ່ນປີບານພັບ ສ້າງຂີດໝາຍເຄິ່ງໄລຍະທາງຂອງການປະຕິບັດວິໄສທັດປະຊາຄົມ ອາຊຽນ 2025 ແລະ ເປັນປີທີ່ ຫວຽດນາມ ດຳລົງຕຳແໜ່ງເປັນປະທານອາຊຽນ. ໃນຕະຫຼອດໄລຍະ 24 ປີ, ນັບແຕ່ເມື່ອ ຫວຽດນາມ ເຂົ້າຮ່ວມອາຊຽນໃນປີ 1995, ຫວຽດນາມ ມີຄວາມເອກອ້າງທະນົງໃຈທີ່ໄດ້ເຂົ້າຮ່ວມຢ່າງຕັ້ງໜ້າ, ເປັນເຈົ້າການ, ມີຄວາມຮັບຜິດຊອບ ແລະ ປະກອບສ່ວນບໍ່ແມ່ນຫນ້ອຍເຂົ້າໃນວິວັດທະນາການຮ່ວມມື ແລະ ສ້າງປະຊາຄົມ ອາຊຽນ.

        ທ່ານ ຫງວຽນກ໊ວກຢຸງ ມີຄວາມປາດຖະໜາວ່າ ໃນໄລຍະຈະມາເຖິງ, ເປັນຕົ້ນແມ່ນປີ 2020 ເມື່ອດຳລົງຕຳແໜ່ງເປັນປະທານອາຊຽນນັ້ນ, ຫວຽດນາມ ຈະສືບຕໍ່ໄດ້ຮັບການສະໜັບສະໜູນ ແລະ ຮ່ວມແຮງຮ່ວມໃຈຈາກບັນດາປະເທດເພື່ອນມິດສະມາຊິກ ອາຊຽນ ກໍ່ຄືບັນດາຄູ່ຮ່ວມມື, ເພື່ອນມິດໃນພາກພື້ນ ແລະ ສາກົນ.

        ແລະກໍ່ໃນຕອນເຊົ້າວັນທີ 8 ສິງຫາ, ຢູ່ ຈາກາຕາ ປະເທດອິນໂດເນເຊຍ, ທ່ານປະທານາທິບໍດີ Joko Widodo, ລັດຖະມົນຕີການຕ່າງປະເທດບັນດາປະເທດອາຊຽນ, ຫົວໜ້າຄະນະຜູ້ຕາງໜ້າປະຈຳຂອງບັນດາປະເທດອາຊຽນ ແລະ ບັນດາຄູ່ຮ່ວມມືໄດ້ພ້ອມກັນປະຕິບັດພິທີຊັກທຸງ ອາຊຽນ ແລະ ເຂົ້າຮ່ວມພິທີເປີດສະຫຼອງ ສຳນັກງານໃຫມ່ຂອງຄະນະເລຂາອາຊຽນ, ໂດຍມີການເຂົ້າຮ່ວມຂອງ ທ່ານ ຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ.

ກ່າວຄຳເຫັນທີ່ພິທີສະຫຼອງ, ທ່ານ Lim Jock Hoi ເລຂາທິການໃຫຍ່ອາຊຽນໃຫ້ຮູ້ວ່າ:

"ນີ້ແມ່ນໂຄງການສັນຍາລັກອັນຍິ່ງໃຫຍ່ຂອງອາຊຽນ, ຕອບສະໜອງຄວາມຕ້ອງການ ແລະ ປະລິມານວຽກງານທີ່ນັບມື້ນັບຫຼາຍຂຶ້ນຂອງອາຊຽນເວົ້າລວມ ແລະ ຄະນະເລຂາທິການອາຊຽນເວົ້າສະເພາະເວົ້າສະເພາະ. ນີ້ແມ່ນໂອກາດເພື່ອໃຫ້ບັນດາສະມາຊິກຫວນຄືນບັນດາຜົນງານທີ່ບັນລຸໄດ້ ແລະ ມຸ່ງໄປເຖິງອະນາຄົດ, ຮ່ວມແຮງຮ່ວມໃຈ “ມຸ່ງໄປສູ່ປະຊາຊົນ ແລະ ຖືປະຊາຊົນເປັນໃຈກາງ”

ຕອບກັບ

ຂ່າວ/ບົດ​ອື່ນ