ພິທີຊຸມນຸມມິດຕິງລະດັບຊາດສະເຫຼີມສະຫຼອງວັນອຸຕຸນິຍົມໂລກ


ພິທີຊຸມນຸມມິດຕິງລະດັບຊາດສະເຫຼີມສະຫຼອງວັນອຸຕຸນິຍົມໂລກ    - ảnh 1
ບັນ​ດ​າ​ຜູ້​ແທນ​ເຂົ້າ​ຮ່ວມພິທີຊຸມນຸມມິດຕິງລະດັບຊາດ ສະເຫຼີມສະຫຼອງວັນອຸຕຸນິຍົມໂລກ

(vovworld)- ​ຕອນ​ເຊົ້າ​ວັນ​ທີ 23/3, ຢູ່​ນະ​ຄອນ​ວິງ, ແຂວງ​ເງະ​ອ່ານ, ໄດ້​ດຳ​ເນີນ​ພິ​ທີ​ຊຸມ​ນຸມ​ມິດ​ຕິງ​ລະ​ດັບ​ຊາດ​ສະ​ເຫຼີມ​ສະຫຼອງວັນ​ອຸ​ຕຸ​ນິ​ຍົມ​ໂລກ​ດ້ວຍ​ຫົວ​ເລື່ອງ “  ດິນ​ຟ້າ​ອາ​ກາດ - ຮັບ​ຮູ້​ເພື່ອ​ກະ​ທຳ”. ກ່າວ​ຄຳ​ເຫັນ​ທີ່ ພິ​ທີ​ຊຸມ​ນຸມ​ມິດ​ຕິງ, ທ່ານ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ຊັບ​ພະ​ຍາ​ກອນ ແລະ ສິ່ງ​ແວດ​ລ້ອມ​ຫວຽດ​ນາມ ຫງວຽນ​ມິນກວາງ ໄດ້​ຊີ້​ແຈ້ງວ່າ :

    “ ພວກ​ເຮົາ​ຕ້ອງ​ມາ​ນະ​ພະ​ຍາ​ຍາມຫຼາຍ​ກ່​ວາ​ອີກ​ເພື່ອ​ແນ​ໃສ່​ປະ​ກອບ​ສ່ວນ​ຍົກ​ສູງ​ຄວາມ​ຮັບ​ຮູ້, ການ​ກະ​ທຳ​ຂອງ​ແຕ່​ລະ​ຄົນໃນ​ກິດ​ຈະ​ການ​ປ້ອງ​ກັນ, ຫຼີກ​ລ້ຽງ ແລະ ຫຼຸດ​ຜ່ອນ​ໄພ​ທຳ​ມະ​ຊາດ ແລະ ຮັບ​ມື​ກັບ​ການ​ກະ​ທົບ​ຈາກ​ການ​ປ່ຽນ​ແປງ​ຂອງ​ກິນ​ຟ້າ​ອາ​ກາດ​ຢ່າງ​ມີ​ປະ​ສິດ​ທິ​ຜົນ. ຂ້າ​ພະ​ເຈົ້າ​ສະ​ເໜີ​ອຳ​ນາດ​ການ​ປົກ​ຄອງ​ທ້ອງ​ຖິ່ນ​ຂັ້ນ​ຕ່າງໆ​ໃນ​ທົ່ວ​ປະ​ເທດ​ຄວນ​ຊາບ​ຊຶມ​ຢ່າງ​ເລິກ​ເຊິ່ງ, ກ້​ວາງ​ຂວາງ​ໃນ​ໝູ່​ປະ​ຊາ​ຊົນ ແລະ ວົງ​ການ​ວິສາ​ຫະ​ກິດກ່ຽວ​ກັບ​ຄວາມ​ສຳ​ຄັນ​ຂອງວຽກ​ງານ​ອຸ​ຕຸ​ນິ​ຍົມ​ອຸ​ໂທກ​ກະ​ສາດ. ປົກ​ປັກ​ຮັກ​ສາ ແລະ ພັດ​ທະ​ນາ​ບັນ​ດາ​ກິດ​ຈະ​ກຳ ອຸ​ຕຸ​ນິ​ຍົມ​ອຸ​ໂທກ​ກະ​ສາດເພື່ອ​ຮັບ​ໃຊ້​ວຽກ​ງານ​ປ້ອງ​ກັນ, ຫຼີກ​ລ້ຽງ ແລະ ຫຼຸດ​ຜ່ອນ​ໄພ​ທຳ​ມະ​ຊາດ ແລະ ຮັບ​ມື​ກັບ​ການ​ກະ​ທົບ​ຈາກ​ການ​ປ່ຽນ​ແປງ​ຂອງ​ກິນ​ຟ້າ​ອາ​ກາດ ”

     ເນື່ອງ​ໃນ​ໂອ​ກາດນີ້, ກະ​ຊວງ​ຊັບ​ພະ​ຍາ​ກອນ ແລະ ສິ່ງ​ແວດ​ລ້ອມ​ຫວຽດ​ນາມ ແລະ ແຂວງເງະ​ອ່ານ​ໄດ້​ປຸກ​ລະ​ດົມ​ການ​ປູກ​ຕົ້ນ​ໄມ້ ແລະ ຈັດກອງ​ປະ​ຊຸມ​ສຳ​ມະ​ນາ​ຫົວ​ເລື່ອງ​ກ່ຽວ​ກັບ​ການ​ພະ​ຍາ​ກອນ ອຸ​ຕຸ​ນິ​ຍົມ​ອຸ​ໂທກ​ກະ​ສາດ, ຄຸ້ມ​ຄອງ​ຄວາມ​ສ່ຽງ​ໄພ​ທຳ​ມະ​ຊາດ, ແລະ ຮັບ​ມື​ກັບ​ການ​ກະ​ທົບ​ຈາກ​ການ​ປ່ຽນ​ແປງ​ຂອງ​ກິນ​ຟ້າ​ອາ​ກາດ.

 

ຂ່າວ/ບົດ​ອື່ນ