ພິທີຍ້ອງຍໍຊາວໜຸ່ມກ້າວໜ້າປະຕິບັດຕາມຄຳສັ່ງສອນຂອງລຸງໂຮ່

ພິທີຍ້ອງຍໍຊາວໜຸ່ມກ້າວໜ້າປະຕິບັດຕາມຄຳສັ່ງສອນຂອງລຸງໂຮ່ - ảnh 1
ພິທີຍ້ອງຍໍຊາວໜຸ່ມກ້າວໜ້າປະຕິບັດຕາມຄຳສັ່ງສອນຂອງລຸງໂຮ່

 (vovworld) – ຕອນ​ເຊົ້າ​ວັນ​ທີ 17/8, ຢູ່​ຮ່າ​ໂນ້ຍ, ສູນ​ກາງ​ຄະນະ​ຊາວ​ໜຸ່ມ​ກອມ​ມູນິດ​ໂຮ່ຈີ​ມິນ ​ໄດ້​ຈັດ​ຕັ້ງ​ພິທີ​ຍ້ອງ​ຍໍ​ຊາວ​ໜຸ່ມ​ກ້າວໜ້າ​ປະຕິບັດ​ຕາມ​ຄຳ​ສັ່ງສອນ​ຂອງ​ລຸງ​ໂຮ່ ທົ່ວ​ປະ​ເທດຄັ້ງ​ທີ 3 ປີ 2014. ມີ​ແບບຢ່າງ 20 ຄົນ​ ໄດ້​ຮັບ​ການ​ຍ້ອງຍໍ ນັ້ນ​ແມ່ນ​ບັນດາ​ຊາວ​ໜຸ່ມ​ທີ່​ດີ​ເດັ່ນ​ຕາງໜ້າ​ໃຫ້​ຊາວ​ໜຸ່ມ​ນັບ​ພັນ​ຄົນ​ທີ່​ພວມ​ຕັ້ງໜ້າ​ຮຳ່ຮຽນ​, ສູ້​ຊົນ, ຝຶກ​ຝົນຫຼໍ່​ຫຼອມ​ຄຸນ​ສົມບັດ​ຕາມ​ແບບຢ່າງ, ​ແບບ​ແຜນ, ຄຸນສົມບັດ​ປະທານ​ໂຮ່ຈີ​ມິນ ດ້ວຍ​ບັນດາ​ວຽກ​ງານ​ທີ່​ແທດ​ຈິງ​ໃຫ້​ແກ່​ວົງ​ຄະນາ​ຍາດ ​ແລະ ສັງຄົມ. ຮ້ອຍ​ເອກ ​ເກິ໋ນງອດ​ເຊີນ, ຂຶ້ນກັບ​ກອງ​ບັນຊາ​ການ​ທະຫານ​ເຮືອ​ເຂດ 4 - ​ແມ່ນ​ໜຶ່ງ​ໃນ​ບັນດາ​ຊາວ​ໜຸ່ມ​ທີ່​ດີ​ເດັ່ນ​ໄດ້​ຮັບ​ການ​ຍ້ອງຍໍ​ໃນ​ຄັ້ງ​ນີ້, ​ແບ່ງປັນ​ວ່າ:

        “ຂ້າພະ​ເຈົ້າ​ຮູ້ສຶກ​ເອກອ້າງ​ທະ​ນົງ​ໃຈ​ທີ່​ຕາງໜ້າ​ໃຫ້​ນັກຮົບ​ໜຸ່ມ​ກອງທັບ​ເຮືອ​ທີ່ໄດ້​ຮັບ​ການ​ຍ້ອງຍໍ​ໃນ​ຄັ້ງ​ນີ້. ​ເພື່ອ​ສົມ​ກຽດ​ທີ່​ໄດ້​ຮັບ, ຂ້າພະ​ເຈົ້າ​ກຳນົດ​ວ່າ, ຜ່ານ​ກອງ​ປະຊຸມ​ໃຫຍ່​ຈະ​ນຳ​ເອົາ​ເນື້ອ​ໃນ​ຈິດ​ໃຈ​ຂອງ​ກອງ​ປະຊຸມ​ໃຫຍ່​ນີ້ມາ​ເຜີຍ​ແຜ່​ຢ່າງ​ກວ້າງຂວາງເຖິງ​ບັນດາ​ຄະນະ​ຊາວ​ໜຸ່ມ​ອື່ນໆ“.

        ກ່າວ​ຄວາມ​ເຫັນ​ທີ່​ກອງ​ປະຊຸມ​ໃຫຍ່, ທ່ານ ​ເລ​ຮົ່ງ​ແອ​ງ, ກຳມະການ​ກົມ​ການ​ເມືອງ, ຜູ້​ປະຈຳການ​ຄະນະ​ເລຂາ​ສູນ​ກາງ​ພັກ, ​ເນັ້ນ​ໜັກ​ວ່າ:

        “ພັກ, ລັດ ​ແລະ ປະຊາຊົນ​ເຮົາ​ຍາມ​ໃດ​ກໍ່​ເຊື່ອ​ໝັ້ນ ​ແລະ ຕັ້ງ​ຄວາມ​ຫວັງ​ຕໍ່​ລຸ້ນໜຸ່ມ, ​ເຊິ່ງ​ແມ່ນ​ເຈົ້າ​ຂອງ​ປະ​ເທດ​ຊາດ. ພວກ​ເພື່ອນ​ໜຸ່ມ​ຈົ່ງ​ເຝຶກ​ຝົນຫຼໍ່​ຫຼອມຄຸນສົມບັດ, ​ພູມ​ປັນຍາ, ສ້າງ​ຄວາມ​ໄຝ່ຝັນ, ສືບ​ຕໍ່​ມູນ​ເຊື້ອ​ຂອງ​ລຸ້ນພໍ່, ລຸ້ນອ້າຍ, ອອກ​ແຮງ​ແຂ່ງຂັນ​ກັນ​ຮຳ່ຮຽນ, ອອກ​ແຮງ​ງານ​ຢ່າງ​ມີ​ຫົວຄິດ​ປະດິດ​ສ້າງ, ປະກອບສ່ວນ​ສ້າງສາ​ປະ​ເທດ​ຫວຽດນາມ​ ໃຫ້​ນັບ​ມື້​ນັບ​ຮັ່ງມີ​ເຂັ້ມ​ແຂງ, ສີວິ​ໄລ, ຮຽງ​ບ່າ​ຮຽງ​ໄຫລ່​ກັບ​ເພື່ອນ​ມິດ​ 5 ທະວີບ, ສ້າງ​ເປັນ​ຊໍ່​ດອກ​ໄມ້​ຖະຫວາຍ​ຕໍ່​ລຸງ​ໂຮ່, ອວຍພອນ​ກອງ​ປະຊຸມ​ໃຫຍ່​ພັກ​ທຸກ​ຂັ້ນ ​ແລະ ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 12

ຂ່າວ/ບົດ​ອື່ນ