ພິທີປຸກລະດົມຕອບສະໜອງວັນອຸຕຸນິຍົມໂລກປີ 2019

(VOVWORLD) -ພິທີປຸກລະດົມຕອບສະໜອງວັນອຸຕຸນິຍົມໂລກປີ 2019 ດ້ວຍຫົວຂໍ້ “ ດວງຕາເວັນ, ໜ່ວຍພິພົບ ແລະ ອາກາດ ” ຖືກຈັດຂຶ້ນໃນຕອນເຊົ້າວັນທີ 23 ມີນາ ຢູ່ນະຄອນຫາຍຟ່ອງ
        ພິທີປຸກລະດົມຕອບສະໜອງວັນອຸຕຸນິຍົມໂລກປີ 2019 - ảnh 1  ທ່ານຮອງລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຫວຽດນາມ ເລກົງແທ່ງ 

ຫົວເລື່ອງຂອງວັນອຸຕຸນິຍົມໂລກປີນີ້ ແມ່ນເພື່ອແນໃສ່ຍົກສູງສະຕິຄວາມເປັນເຈົ້າການຂອງທົ່ວສັງຄົມຕໍ່ໜ້າບັນດາຜົນກະທົບ ແລະ ການຜັນແປຂອງດວງຕາເວັນທີ່ມີຕໍ່ຊີວິດຂອງມວນມະນຸດ, ຄວາມເປັນເຈົ້າການໃນການຮັກສາສຸຂະພາບ ແລະ ການທຳມາຫາກິນ, ຈຳກັດເຖິງລະດັບຕ່ຳສຸດຕໍ່ຜົນກະທົບຈາກດວງຕາເວັນ, ການປ່ຽນແປງຂອງດິນຟ້າອາກາດ…ທີ່ພິທີປຸກລະດົມ, ທ່ານຮອງລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຫວຽດນາມ ເລກົງແທ່ງ ໃຫ້ຮູ້ວ່າ :

     “ ໂດຍຜ່ານເຫດການນີ້, ເຈືອຈານເຂົ້າກັບແນວຄວາມຄິດເຊື່ອມຕໍ່ລະຫວ່າງແຕ່ລະສ່ວນບຸກຄົນ, ວົງຄະນະຍາດ, ສັງຄົມທີ່ເຂົ້າຮ່ວມວຽກງານປ້ອງກັນ ແລະ ຕ້ານໄພທຳມະຊາດຂອງອົງການວັນອຸຕຸນິຍົມໂລກ, ແຕ່ລະຂໍ້ມູນສຳຫຼວດ, ແຕ່ລະຂ່າວກ່າວເຕືອນໄພທຳມະຊາດຂອງຂະແໜງອຸຕຸນິຍົມ ອຸທົກກະສາດຫວຽດນາມ ພວມປະກອບສ່ວນເຂົ້າກັບການພັດທະນາແບບຍືນຍົງຂອງປະເທດຊາດ, ຂ້າພະເຈົ້າສະເໜີ ບັນດາອົງການທີ່ກ່ຽວຂ້ອງຈາກຂັ້ນສູນກາງເຖິງທ້ອງຖິ່ນ ຈົ່ງສົມທົບກັບຂະແໜງອຸຕຸນິຍົມຢ່າງແໜ້ນແຟ້ນໃນວຽກງານພະຍາກອນ, ປ້ອງກັນ ແລະ ຫຼຸດຜ່ອນຜົນເສຍຫາຍຈາກໄພທຳມະຊາດກໍ່ຂຶ້ນ ”

ຕອບກັບ

ຂ່າວ/ບົດ​ອື່ນ