ພິທີປະກາດຜະລິດຕະພັນການແປນິພົນ ໂຮ່ຈີມິນ ຄົບຊຸດເຫຼັ້ມທີ 5 – 7 – 8 ຈາກພາສາ ຫວຽດ ເປັນ ພາສາ ລາວ

(VOVWORLD) -  ວັນທີ 15 ມັງກອນ, ທີ່ສະຖາບັນການເມືອງ - ການປົກຄອງແຫ່ງຊາດ ລາວ, ຢູ່ນະຄອນຫລວງ ວຽງຈັນ, ລາວ ໄດ້ດຳເນີນພິທີປະກາດຜະລິດຕະພັນການແປນິພົນ ໂຮ່ຈີມິນ ຄົບຊຸດເຫຼັ້ມທີ 5, 7, 8 ຈາກພາສາ ຫວຽດ ເປັນພາສາ ລາວ ຢ່າງເປັນທາງການ.

ພິທີປະກາດຜະລິດຕະພັນການແປນິພົນ ໂຮ່ຈີມິນ ຄົບຊຸດເຫຼັ້ມທີ 5 – 7 – 8 ຈາກພາສາ ຫວຽດ ເປັນ ພາສາ ລາວ - ảnh 1 ພິທີປະກາດຜະລິດຕະພັນການແປນິພົນ ໂຮ່ຈີມິນ ຄົບຊຸດເຫຼັ້ມທີ 5 – 7 – 8 ຈາກພາສາ ຫວຽດ ເປັນ ພາສາ ລາວ

ໂຄງການ “ແປຜະລິດຕະພັນນິພົນ ໂຮ່ຈີມິນ ຄົບຊຸດຈາກພາສາ ຫວຽດ ເປັນພາສາ ລາວ” ເຊິ່ງພັກ ແລະ ລັດຖະບານ 2 ປະເທດ ຫວຽດນາມ - ລາວ ຕົກລົງປະຕິບັດໂດຍອີງໃສ່ສົນທິສັນຍາການຮ່ວມມືທາງດ້ານເສດຖະກິດ, ວັດທະນະທຳ, ວິທະຍາສາດ - ເຕັກນິກລະຫວ່າງລັດຖະບານ ລາວ - ຫວຽດນາມ ປີ 2014. ໂຄງການໂດຍສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ແລະ ສະຖາບັນການເມືອງ - ການປົກຄອງແຫ່ງຊາດ ລາວ ສົມທົບກັນປະຕິບັດ.

        ຜະລິດຕະພັນນິພົນ ໂຮ່ຈີມິນ ຄົບຊຸດ ແມ່ນຊຸດປື້ມທີ່ໂດດເດັ່ນ, ສ່ອງແສງເຖິງຄວາມປິຊາສາມາດ, ພູມປັນຍາຂອງປະທານ ໂຮ່ຈີມິນ, ເຊິ່ງສະແດງໃຫ້ເຫັນຄວາມຮັບຮູ້ອັນເລິກເຊິ່ງຂອງຜູ້ນຳຍິ່ງໃຫຍ່ ຫງວຽນອ໊າຍກວກ - ໂຮ່ຈີມິນ ໃນການໄປຊອກຫາເສັ້ນທາງກູ້ຊາດ, ສ້າງແນວທາງຍຸດທະສາດ, ລັດຖະນະໂຍບາຍຍຸດທະສາດຂອງການປະຕິວັດ ຫວຽດນາມ ເພື່ອຈັດຕັ້ງ, ນຳພາການປະຕິວັດ ຫວຽດນາມ ຈາກໄຊຊະນະນີ້ໄປສູ່ໄຊຊະນະອື່ນ.

ຕອບກັບ

ຂ່າວ/ບົດ​ອື່ນ