ພິທີມອບລາງວັນກ່ຽວກັບການສື່ສານການຕ່າງປະເທດປີ 2016 ທົ່ວປະເທດຈັດຕັ້ງໃນວັນທີ 31ພຶດສະພາຢູ່VOV

(VOVWORLD) -ພິທີມອບລາງວັນກ່ຽວກັບການສື່ສານການຕ່າງປະເທດປີ 2016 ຖືກຈັດຂຶ້ນໃນວັນທີ 31 ພຶດສະພາປີ 2017 ຢູ່ສຳນັກງານວິທະຍຸກະຈາຍສຽງຫວຽດນາມ. 
ພິທີມອບລາງວັນກ່ຽວກັບການສື່ສານການຕ່າງປະເທດປີ 2016 ທົ່ວປະເທດຈັດຕັ້ງໃນວັນທີ 31ພຶດສະພາຢູ່VOV - ảnh 1

ນີ້ແມ່ນຄັ້ງທີ 3 ພິທີມອບລາງວັນກ່ຽວກັບການສື່ສານການຕ່າງປະເທດຖືກຈັດຂຶ້ນ ເພື່ອຮັບຮູ້ ແລະ ເຊີດຊູບັນດານັກຂ່າວ, ຜູ້ຂຽນຕ່າງໆ ທີ່ມີບັນດາລາຍການ, ບົດຂຽນດີເດັ່ນໃນຂົງເຂດສື່ສານການຕ່າງປະເທດ. ຄະນະຈັດຕັ້ງໄດ້ຮັບ 893 ລາຍການ, ບົດຂຽນ ເຂົ້າຮ່ວມ ດ້ວຍ 17 ພາສາ. ເປົ້າໝາຍເຂົ້າຮ່ວມລວມມີ: ນັກຂ່າວ, ຜູ້ຮ່ວມງານຂອງບັນດາອົງການສື່ມວນຊົນຢູ່ພາຍໃນ ແລະ ຕ່າງປະເທດ, ຜູ້ຊ່ຽວຊານ, ນັກຄົ້ນຄ້ວາ, ນັກຖ່າຍຮູບ, ເອກອັກຄະລັດຖະທູດຫວຽດນາມຢູ່ຕ່າງປະເທດ, ເອກອັກຄະລັດຖະທູດ ຕ່າງປະເທດ ປະຈຳຫວຽດນາມ. ນອກນັ້ນ ຍັງມີຊາວຫວຽດນາມ ອາໄສຢູ່ຕ່າງປະເທດ, ເພື່ອນມິດສາກົນ ຫລາຍຄົນ ໄດ້ເຂົ້າຮ່ວມ.

ພາຍຫລັງການປະກວດຮອບຄັດເລືອກ ແລະ ຮອງຊີງຊະນະເລີດ, ມີ 69 ບົດໄດ້ຮັບການຄັດເລືອກເພື່ອມອບລາງວັນທີຫນຶ່ງ, ທີສອງ ແລະ ລາງວັນຊົມເຊີຍ. ຜົນສຳເລັດຂອງພິທີມອບລາງວັນສະແດງໃຫ້ເຫັນອິດທິພົນຂອງການມອບລາງວັນນັບມື້ນັບໄດ້ຮັບການຍົກສູງຂຶ້ນ ແລະ ຢັ້ງຢືນບົດບາດສຳຄັນຂອງວຽກງານຖະແຫລງຂ່າວ, ໂຄສະນາເຜີຍແຜ່ການຕ່າງປະເທດປະຈຸບັນ. 

ຕອບກັບ

ຂ່າວ/ບົດ​ອື່ນ