ພິທີສວດມົນ,ຕອບບຸນແທນຄຸນບັນດານັກຮົບເສຍສະຫຼະຊີວິດເພື່ອຊາດຢູ່ໄທແລະສະຫະພັນລັດເຊຍ

ພິທີສວດມົນ,ຕອບບຸນແທນຄຸນບັນດານັກຮົບເສຍສະຫຼະຊີວິດເພື່ອຊາດຢູ່ໄທແລະສະຫະພັນລັດເຊຍ - ảnh 1

ພິ​ທີ​ສວດ​ມົນ​ຢູ່ ໄທ
(ພາບ: Lê Minh Hưởng/Vietnam+)

(vovworld) –  ​ຕອນ​ບ່າຍ​ວັນ​ທີ 3/5, ຢູ່​ວັດ ໂຝ​ເຟືອກ, ​ໃຈ​ກາງ​ນະ​ຄອນຫຼວງ ບາງກອກ (ປະ​ເທດ​ໄທ) ມີ​ພະ​ສົງ, ພຸດ​ທະ​ສາ​ສະ​ນິກ​ກະ​ຊົນ ແລະ ຜູ້​ຕາງ​ໜ້າ​ພໍ່​ແມ່​ປະ​ຊາ​ຊົນ​ຊາວ ຫວຽດ​ນາມ ອາ​ໄສ​ຢູ່ ໄທ, ພະ​ນັກ​ງານ​ສະ​ຖານ​ທູດ, ບັນ​ດາ​ອົງ​ການ ຫວຽດ​ນາມ ປະ​ຈຳ ໄທ ແລະ ນັກ​ສຶກ​ສາ ຫວຽດ​ນາມ ໄດ້​ເຂົ້າ​ຮ່ວມ​ພິ​ທີສວດ​ມົນ ສະ​ຫງວນ​ໃຫ້​ແກ່​ບັນ​ດາ​ຊາວ ຫວຽດ​ນາມ ທີ່​ເສ​ຍ​ຊີ​ວິດໃນ “ການ​ຕໍ່​ສູ້​ປົກ​ປັກ​ຮັກ​ສາ​ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ”. ພະ​ມະ​ຫາ​ອາ​ຈານ ທີກ​ກີ໋ງ​ຈຽວ ແລະ ​ພະ​ອາ​ຈານ ທີກ​ຍ້ວນ​ເອີນ, ເປັນ​ປະ​ທານ​ຮ່ວມ​ພິ​ທີ​ສວດ​ມົນ​ພາ​ວະ​ນາ. ​ພະ​ອາ​ຈານ ທີກ​ຍ້ວນ​ເອີນ, ໃຫ້​ຮູ້​ວ່າ:

        “ເພື່ອ​ປະ​ຕິ​ບັດ​ຕາມ​ຄວາມ​ມຸງ​ມາດ​ປາດ​ຖະ​ໜາ​ຂອງ​ພໍ່​ແມ່​ປະ​ຊາ​ຊົນ​ຊາວ ຫວຽດ​ນາມ ອາ​ໄສ​ຢູ່ ທີ່ນີ້, ເນື່ອງ​ໃນ​ໂອ​ກາດນີ້​ໄດ້​ຈັດ​ຕັ້ງ​ພິ​ທີເພື່ອ​ຕອບ​ບຸນ​ແທນ​ຄຸນ​ບັນ​ດາ​ນັກ​ວິ​ລະ​ຊົນ, ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ, ພໍ່​ແມ່​ປະ​ຊາ​ຊົນ​ທີ່​ເສ​ຍ​ຊີ​ວິດ​ໃນໄລ​ຍະ​ສົງ​ຄາມ​ເພື່ອ​ປົກ​ປັກ​ຮັກ​ສາ​ບ້ານ​ເກີດ​ເມືອງນອນ, ປະ​ເທດ​ຊາດ ແລະ ອະ​ທິ​ປະ​ໄຕ​ທະ​ເລ, ໝູ່​ເກາະ. ພ້ອມ​ທັງ​ເພື່ອ​ພາ​ວະ​ນາ​ຂໍ​ໃຫ້​ປະ​ເທດ ຫວຽດ​ນາມ ຍາມ​ໃດ​ກໍ່​ໄດ້​​ມີ​ຄວາມສະ​ຫງົບ​ສຸກ ໃນ​ຊີ​ວິດ​ປະ​ຈຳ​ວັນ.”

        ກ່ອນ​ໜ້ານັ້ນ, ໃນ​ວັນ​ທີ 2 – 3/5, ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ ສະ​ຫະ​ພັນ ລັດ​ເຊຍ, ສະ​ມາ​ຄົມ​ຊາວ ຫວຽດ​ນາມ ປະ​ຈຳ ສະ​ຫະ​ພັນ ລັດ​ເຊຍ, ສະ​ມາ​ຄົມ​ພຸດ​ທະ​ສາ​ສະ​ນິກ​ກະ​ຊົນ ປະ​ຈຳ ສະ​ຫະ​ພັນ ລັດ​ເຊຍ ກໍ​ໄດ້​ຈັດ​ຕັ້ງ​ພິ​ທີ​ສວ​ດ​ມົນ​ພາ​ວະ​ນາ​ເພື່ອ​ອາ​ໄລ​ຫາ​ດວງວີນ​ຍານ​ບັນ​ດາ​ນົກ​ຮົບ​ວິ​ລະ​ຊົນເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ, ພໍ່​ແມ່​ປະ​ຊາ​ຊົນ​ແລະ ເພື່ອ​ນ​ມິດ​ສາ​ກົນ​ທີ່​ເສຍ​​ສະຫຼະຊີ​ວິດ​ເພື່​ອ​ພາ​ລະ​ກິດ​ປົກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ, ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ ແລະ ເຂດ​ນ່ານ​ທະ​ເລ​ທີ່​ສັກ​ກະ​ລະ​ບູ​ຊາ​ຂອງ​ຊາດ.

                                               


ຂ່າວ/ບົດ​ອື່ນ