ພິທີສະເຫຼີມສະຫຼອງ 40 ປີແຫ່ງວັນສ້າງຕັ້ງສະຫະພັນບັນດານັກຂ່າວອາຊຽນ


      ພິທີສະເຫຼີມສະຫຼອງ 40 ປີແຫ່ງວັນສ້າງຕັ້ງສະຫະພັນບັນດານັກຂ່າວອາຊຽນ    - ảnh 1

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ດຶກ​ດາມ ກ່າວ​ຄຳ​ເຫັນ​ທີ່​ພິ​ທີ
(vovworld)- ພິ​ທີ​ສະ​ເຫຼີມ​ສະຫຼອງ 40 ປີ​ແຫ່ງວັນ​ສ້າງ​ຕັ້ງ​ສະ​ຫະ​ພັນ​ບັນ​ດາ​ນັກ​ຂ່າວ​ອາ​ຊຽນ ໂດຍ​ຫວຽດ​ນາມ​ເປັນ​ເຈົ້າ​ພາບ​ຈັດ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 27/11 ຢູ່​ຮ່າ​ໂນ້ຍ. ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ສະ​ເຫຼີມ​ສະຫຼອງ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ດຶກ​ດາມ ໄດ້​ຊີ້​ແຈ້ງວ່າ : ປີ 2015 ແມ່ນ​ປີ​ສະ​ເຫຼີມ​ສະຫຼອງ 20 ປີ​ແຫ່ງວັນ​ຫວຽດ​ນາມ​ເຂົ້າ​ເປັນ​ສະ​ມາ​ຊິກ​ອາ​ຊຽນ, ຊຶ່ງ​ເປັນ​ຂີດ​ໝາຍ​ສຳ​ຄັນ​ເພື່ອ​ໃຫ້​ອາ​ຊຽ​ນກ້າວ​ໄປ​ເຖິງ​ເປັນຊາຍຄາ​ລວມ​ຂອງທຸກໆ​ປະ​ຊາ​ຊາດ​ໃນ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້. ຫວຽດ​ນາມ​ຍາມ​ໃດ​ກໍ​ກຳ​ນົດ​ບົດ​ບາດ​ເປັນ​ສະ​ມາ​ຊິກ​ທີ່​ຕັ້ງ​ໜ້າ ມີ​ຄວາມ​ຮັບ​ຜິດ​ຊອບ​ໃນ​ທຸກໆ​ການ​ເຄື່ອນ​ໄຫວ​ຂອງ ອາ​ຊຽ​ນ, ເປັນ​ຕົ້ນ​ແມ່ນ​ການ​ປະ​ຕິ​ບັດ​ບັນ​ດາ​ມາດ​ຕະ​ການກໍ່​ສ້າງ​ປະ​ຊາ​ຄົມ​ເສດ​ຖະ​ກິດ ອາ​ຊຽ​ນ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ດຶກ​ດາມ ກ່າວ​ວ່າ 

     “  ໃນ​ສະ​ພາບ​ທີ່​ພາກ​ພື້ນ ແລະ ສາ​ກົນ​ຍັງ​ມີ​ການ​ຜັນ​ແປ​ຢ່າງ​ສັບ​ສົນ, ຊຶ່ງ​ໄດ້​ເປັນ​ສິ່ງ​ທ້າ​ທາຍ​ຕໍ່​ສັນ​ຕິ​ພາບ ແລະ ການ​ພັດ​ທະ​ນາ, ເປັນ​ຕົ້ນ​ແມ່ນ​ການ​ຮັບ​ປະ​ກັນ​ຄວາມ​ໝັ້ນ​ຄົງ, ປອດ​ໄພ, ເສ​ລີ​ພາບ​ໃນ​ການ​ເດີນ​ທະ​ເລ. ເພື່ອ​ຮັກ​ສາ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ ແລະ ສ້າງ​ສະ​ພາບ​ແວດ​ລ້ອມ​ໃຫ້​ແກ່​ການ​ພັດ​ທະ​ນານັ້ນ, ແມ​່ນ​ຕ້ອງ​ມີ​ບົດ​ບາດ, ຄວາມ​ຮັບ​ຜິດ​ຊອບ​ຂອງ ສະ​ຫະ​ພັນ​ບັນ​ດາ​ນັກ​ຂ່າວ​ອາ​ຊຽນ, ສື່ມວນ​ຊົນ​ຂອງ​ບັນ​ດາ​ປະ​ເທດ ອາ​ຊຽ​ນ​ໃນ​ການ​ເພີ່ມ​ທະ​ວີ​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ​ລະ​ຫວ່າງ​ບັນ​ດາ​ປະ​ຊາ​ຊາດ, ຊຸກ​ຍູ້​ການ​ຮ່ວມ​ມື​ລະ​ຫວ່າງ​ບັນ​ດາ​ປະ​ເທດ, ກໍ​ຄື​ເຊີດ​ຊູ​ຍຸດ​ຕິ​ທຳ​ໃນ​ການ​ແກ້​ໄຂ​ບັນ​ດາ​ການ​ຂັດ​ແຍ້ງ​ໂດຍ​ສັນ​ຕິ​ວິ​ທີ, ຕາມ​ກົດ​ໝາຍ​ສາ​ກົນ ”

       ແລະ ກໍ​ໃນ​ຕອນ​ບ່າຍ​ຂອງວັນ​ດຽວ​ກັນ, ຢູ່​ຮ່າ​ໂນ້ຍ, ໄດ​້​ດຳ​ເນີນກອງ​ປະ​ຊຸມ​ສະ​ມັດ​ຊາ ສະ​ຫະ​ພັນ​ບັນ​ດາ​ນັກ​ຂ່າວ​ອາ​ຊຽນ ຄັ້ງ​ທີ 18. ທີ່ກອງ​ປະ​ຊຸມ​ສະ​ມັດ​ຊາ ສະ​ຫະ​ພັນ​ບັນ​ດາ​ນັກ​ຂ່າວ​ອາ​ຊຽນ ຄັ້ງ​ນີ້, ທ່ານ​ປະ​ທານສະ​ຫະ​ພັນ​ບັນ​ດາ​ນັກ​ຂ່າວ​ອາ​ຊຽນ Antipodra ໄດ້​ປະ​ກາດ ແລະ ມອບ​​ຕຳ​ແໜ່ງປະ​ທານ ສະ​ຫະ​ພັນ​ບັນ​ດາ​ນັກ​ຂ່າວ​ອາ​ຊຽນ​ອາ​ຍຸ​ການ 2015-2017 ໃຫ້​ແກ່​ທ່ານຖ້ວນຮິ້ວ ປະ​ທານ ສະ​​ມາ​ຄົມນັກ​ຂ່າວ​ຫວຽດ​ນາມ, ບັນ​ນາ​ທິ​ການ​ໃຫຍ່​ໜັງ​ສື​ພິມ ເຍີນ​ເຢີນ ສຽງ​ຂອງ​ສູນ​ກາງ​ພັກ​ກອ​ມມູ​ນິດ​ຫວຽ​ດ​ນາມ.

 

ຂ່າວ/ບົດ​ອື່ນ