ພິທີສະເຫຼີມສະຫຼອງ 60 ປີ ແຫ່ງວັນສ້າງຕັ້ງກອງທັບປ້ອງກັນຊາຍແດນ ຈະດໍາເນີນໃນວັນທີ 1 ມີນາ ຢູ່ຮ່າໂນ້ຍ

(VOVWORLD) -ວັນທີ 1 ມີນາ ຈະຈັດຕັ້ງພິທີສະເຫຼີມສະຫຼອງ 60 ປີ ແຫ່ງວັນສ້າງຕັ້ງກອງທັບປ້ອງກັນຊາຍແດນ 

        ຕອນເຊົ້າວັນທີ 15 ກຸມພາ, ຢູ່ຮ່າໂນ້ຍ, ໂດຍໄດ້ຮັບຂ່າວເປັນທາງການຈາກກະຊວງປ້ອງກັນປະເທດຫວຽດນາມວ່າ ວັນທີ 1 ມີນາ ຈະຈັດຕັ້ງພິທີສະເຫຼີມສະຫຼອງ 60 ປີ ແຫ່ງວັນສ້າງຕັ້ງກອງທັບປ້ອງກັນຊາຍແດນ (3/3/1959 – 3/3/2019), 30 ປີ ແຫ່ງວັນສ້າງຕັ້ງຂະບວນການທົ່ວປວງຊົນ ປ້ອງກັນຊາຍແດນ (3/3/1989 – 3/3/2019) ແລະ ປະດັບຫຼຽນໄຊວິລະກໍາທະຫານ ຊັ້ນ I.

ພິທີສະເຫຼີມສະຫຼອງ 60 ປີ ແຫ່ງວັນສ້າງຕັ້ງກອງທັບປ້ອງກັນຊາຍແດນ ຈະດໍາເນີນໃນວັນທີ 1 ມີນາ ຢູ່ຮ່າໂນ້ຍ - ảnh 1ທ່ານ ພົນໂທ ຫງວຽນຈ້ອງເຫງຍ, ກໍາມະການສູນກາງພັກກອມມູນິດຫວຽດນາມ, ຮອງຫົວໜ້າກົມໃຫຍ່ການເມືອງເປັນປະທານກອງປະຊຸມ  (ພາບ:  Viet Ton)

        ຕາມກະຊວງປ້ອງກັນປະເທດແລ້ວ, ປັດຈຸບັນ, ກອງບັນຊາການທະຫານປ້ອງກັນຊາຍແດນ ໄດ້ຊີ້ນໍາບັນດາກົມກອງໃນທົ່ວກອງທັບ ປະຕິບັດການເຄື່ອນໄຫວ ຕອບບຸນແທນຄຸນ, ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນໍ້າ; ພ້ອມທັງໂຄສະນາ, ເຜີຍແຜ່, ຈັດຕັ້ງການສຶກສາອົບຮົມໃຫ້ແກ່ບັນດາພະນັກງານ, ນັກຮົບ ແລະ ປະຊາຊົນ ກ່ຽວກັບມູນເຊື້ອອັນອົງອາດກະຫານຂອງກອງທັບປະຊາຊົນຫວຽດນາມ ເວົ້າລວມ ແລະ ມູນເຊື້ອຂອງທະຫານປ້ອງກັນຊາຍແດນເວົ້າສະເພາະ...

        ຕາມທ່ານ ພົນໂທ ຫງວຽນຈ້ອງເຫງຍ, ກໍາມະການສູນກາງພັກກອມມູນິດຫວຽດນາມ, ຮອງຫົວໜ້າກົມໃຫຍ່ການເມືອງ ໃຫ້ຮູ້ວ່າ: ລາຍການສະຫຼີມສະຫຼອງດັ່ງກ່າວ ຈະຖືກຈັດຂຶ້ນຢູ່ກະຊວງປ້ອງກັນປະເທດ ແລະ ຈະຖືກຖ່າຍທອດສົດໃນຊ່ອງໂທລະພາບຫວຽດນາມ, ຊ່ອງ VOV1 - ວິທະຍຸກະຈາຍສຽງຫວຽດນາມ ແລະ ສູນກະຈາຍສຽງ - ໂທລະພາບກອງທັບ ໃນວັນທີ 1 ມີນາ 2019.


ຕອບກັບ

ຂ່າວ/ບົດ​ອື່ນ