ພິທີສະເຫຼີມສະຫຼອງ 71 ປີແຫ່ງວັນທະຫານເສຍອົງຄະ - ນັກຮົບເສຍສະຫຼະຊີວິດເພື່ອຊາດຢູ່ກວາງ​ນາມ

(VOVWORLD) - ຕອນເຊົ້າວັນທີ 23 ກໍລະກົດ, ເມື່ອເຂົ້າຮ່ວມພິທີສະເຫຼີມສະຫຼອງ 71 ປີແຫ່ງວັນທະຫານເສຍອົງຄະ - ນັກຮົບເສຍສະຫຼະຊີວິດເພື່ອຊາດຢູ່ຕາແສງ ເກ໋ວຟູ໋, ເມືອງ ເກ໋ວເຊີນ, ແຂວງ ກວາງນາມ,
ພິທີສະເຫຼີມສະຫຼອງ 71 ປີແຫ່ງວັນທະຫານເສຍອົງຄະ - ນັກຮົບເສຍສະຫຼະຊີວິດເພື່ອຊາດຢູ່ກວາງ​ນາມ - ảnh 1ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ມອບຂອງຂວັນໃຫ້ບັນດາຄອບຄົວເປົ້າໝາຍນະໂຍບາຍຢູ່ຕາແສງ ເກ໋ວຟູ໋

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ເນັ້ນໜັກວ່າ ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ຍາມໃດກໍ່ຈາລຶກຄຸນງາມຄວາມດີອັນໃຫຍ່ຫລວງ, ການເສຍສະຫຼະເລືອດເນື້ອເພື່ອຊາດຂອງບັນດານັກຮົບວິລະຊົນ, ບັນດາການອຸທິດສ່ວນຢ່າງໃຫຍ່ຫລວງຂອງບັນດາຄອບຄົວມີຄຸນງາມຄວາມດີຕໍ່ການປະຕິວັດ, ທະຫານເສຍອົງຄະ, ທະຫານເຈັບປ່ວຍ, ຄອບຄົວເປົ້າໝາຍນະໂຍບາຍສຳລັບພາລະກິດຕໍ່ສູ້ຍາດເອົາເອກະລາດແຫ່ງຊາດ, ເສລີພາບຂອງປະເທດຊາດ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກ່າວວ່າ:

        “ອີກຄັ້ງໜຶ່ງ ພວກເຮົາຢືນຢັນວ່າ ເສັ້ນທາງແຫ່ງການຕໍ່ສູ້ດ້ວຍການເສຍສະຫຼຊີວິດ ເພື່ອຍາດເອົາເອກະລາດ, ເສລີພາບມາໃຫ້ປະເທດຊາດ ແມ່ນເພື່ອທ້ອນໂຮມປະເທດຊາດປຶກໜຶ່ງແຜ່ນດຽວ ກ້າວຂຶ້ນສູ່ສັງຄົມນິຍົມຢ່າງໝັ້ນຄົງກ່ວາ ບົນພື້ນຖານເອກະລາດ, ເສລີພາບ. ຂ້າພະເຈົ້າປາດຖະໜາວ່າ ບັນດາຄອບຄົວນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດໃນໄລຍະໃໝ່ ສືບຕໍ່ເປັນແບບຢ່າງຢູ່ທ້ອງຖິ່ນ ເພື່ອສືບຕໍ່ປະກອບສ່ວນເຂົ້າໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ”.

ຕອບກັບ

ຂ່າວ/ບົດ​ອື່ນ