ພິທີສະເຫຼີມສະຫຼອງ ວັນສະບຽງອາຫານໂລກ ຄັ້ງທີ 38 ແລະ 40 ປີ ແຫ່ງການເຄື່ອນໄຫວຂອງ FAO ປະຈໍາຫວຽດນາມ

(VOVWORLD) -ຕອນເຊົ້າວັນທີ 16 ຕຸລາ, ຢູ່ຮ່າໂນ້ຍ, ກະຊວງກະສິກໍາ ແລະພັດທະນາຊົນລະບົດສົມທົບ ກັບ ອົງການສະບຽງອາຫານ ແລະ ກະສິກໍາ ຂອງ ສປຊ (FAO) ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງວັນສະບຽງອາຫານໂລກ ຄັ້ງທີ 38  ແລະ 40 ປີ ແຫ່ງວັນເຄື່ອນໄຫວຂອງ ອົງການ FAO ປະຈໍາຫວຽດນາມ. ວັນສະບຽງອາຫານໂລກ ໃນປີນີ້ ມີຫົວຂໍ້ວ່າ “ກະທໍາໃນມື້ນີ້ - ເພື່ອອະນາຄົດ. ເພື່ອໃຫ້ປີ 2030 ໃນໂລກບໍ່ມີໄພອຶດຫິວ ແມ່ນສິ່ງທີ່ອາດເປັນໄປໄດ້”, ນີ້ກໍແມ່ນໜ້າທີ່ຈຸດສຸມຂອງອົງການ FAO ປະຈໍາຫວຽດນາມ.

ພິທີສະເຫຼີມສະຫຼອງ ວັນສະບຽງອາຫານໂລກ ຄັ້ງທີ 38 ແລະ 40 ປີ ແຫ່ງການເຄື່ອນໄຫວຂອງ FAO ປະຈໍາຫວຽດນາມ - ảnh 1ພິທີສະເຫຼີມສະຫຼອງວັນສະບຽງອາຫານໂລກ ຄັ້ງທີ 38  ແລະ 40 ປີ ແຫ່ງວັນເຄື່ອນໄຫວຂອງ ອົງການ FAO ປະຈໍາຫວຽດນາມ (ພາບ: Hoang Hung/TTXVN)

ວັນສະບຽງອາຫານໂລກ ແລະ ເປົ້າໝາຍ ບໍ່ມີໄພອຶດຫິວ ກໍໄດ້ສະແດງໃຫ້ເຫັນເນື້ອໃນຈິດໃຈຂອງການພົວພັນຮ່ວມມືຢ່າງສໍາເລັດຜົນລະຫວ່າງ ອົງການ FAO ແລະ ລັດຖະບານຫວຽດນາມ ໃນຕະຫຼອດ 4 ທົດສະວັດຜ່ານມາ, ຊ່ວຍນໍາຫວຽດນາມ ຈາກປະເທດໜຶ່ງ ທີ່ນໍາເຂົ້າສະບຽງອາຫານ ກາຍເປັນປະເທດສົ່ງອອກເຂົ້າສານໄປທົ່ວໂລກ ແລະ ຮັບປະກັນຄວາມສາມາດຊົມໃຊ້ສະບຽງອາຫານ ທີ່ມີຄຸນນະພາບ, ຊ່ວຍໃຫ້ປະຊາຊົນມີຊີວິດການເປັນຢູ່ທີ່ຕັ້ງໜ້າ ແລະ ມີສຸຂະພາບເຂັ້ມແຂງ. ກ່າວຄໍາເຫັນທີ່ພິທີ, ທ່ານ ເລກັວກແຢວງ ຮອງລັດຖະມົນຕີກະຊວງກະສິກໍາ ແລະ ພັດທະນາຊົນລະບົດຫວຽດນາມ ຢັ້ງຢືນວ່າ:

        “ບັນດານັກຄຸ້ມຄອງ, ນັກວາງແຜນນະໂຍບາຍຂອງບັນດາປະເທດ ແຕ່ຂັ້ນສູນກາງຕະຫຼອດຮອດຂັ້ນທ້ອງຖິ່ນ, ບັນດານັກລົງທຶນ, ວິສາຫະກິດ, ວົງຄະນະຍາດ ແລະ ຊາວກະສິກອນ ລ້ວນແຕ່ສາມາດຮ່ວມແຮງຮ່ວມໃຈປະກອບສ່ວນ ເພື່ອເປົ້າໝາຍອັນສູງສົ່ງນີ້. ຜ່ານການຜັນຂະຫຍາຍນະໂຍບາຍ, ປະຕິບັດບັນດາມາດຕະການດຶງດູດການລົງທຶນຢ່າງແຮງກວ່າອີກ ເພື່ອແນໃສ່ສ້າງລະບົບຜະລິດສະບຽງອາຫານແບບຍືນຍົງ,ເພີ່ມສະມັດຕະພາບ ແລະ ລາຍຮັບໃຫ້ແກ່ບັນດາຄອບຄົວຜະລິດກະສິກໍາຂະໜາດນ້ອຍ; ຫຼຸດຜ່ອນຜົນເສຍຫາຍ,ການສິ້ນເປືອງສະບຽງອາຫານ ແລະ ມຸ່ງໄປເຖິງເປົ້າໝາຍ “ບໍ່ມີໃຜຖືກປະໄວ້ຢູ່ທາງຫຼັງ” ແລະ ທຸກຄົນລ້ວນແຕ່ມີຂອງກິນຢ່າງພຽງພໍ, ບໍ່ປະໃຫ້ເດັກນ້ອຍ ທີ່ມີອາຍຸໜ້ອຍກວ່າ 2 ປີ ຖືກຂາດອາຫານ ແລະ ຈ່ອຍເຕ້ຍ”.

        ນະທີ່ນີ້, ອົງການ FAO ໃຫ້ຄໍາໝັ້ນສັນຍາວ່າ ຈະໜູນຊ່ວຍຫວຽດນາມ ປະຕິບັດ ໂຄງການດໍາເນີນງານ ປີ 2030 ແລະ  ໂຄງການ “ເພີ່ມທະວີການປະຕິບັດບັນດາເປົ້າໝາຍ ແລະ ມາດຖານພັດທະນາແບບຍືນຍົງ ກ່ຽວກັບ ວຽກເຮັດງານທໍາທີ່ໝັ້ນຄົງຢູ່ຫວຽດນາມ” (SDG), ພ້ອມກັນນັ້ນ, ອົງການ FAO ກໍຈະສະໜັບສະໜູນຕໍ່ບັນດາການປ່ຽນແປງຂອງຫວຽດນາມ, ລວມທັງບັນດາບັນຫາທີ່ມີລັກສະນະພາກພື້ນ ແລະ ທົ່ວໂລກ.

        ພິທີດັ່ງກ່າວໄດ້ເນັ້ນໜັກເຖິງຄວາມສໍາຄັນຂອງບັນດາຄູ່ຮ່ວມມື ເພື່ອແນໃສ່ມຸ່ງໄປເຖິງເປົ້າໝາຍ ບໍ່ມີໄພອຶດຫິວ ຢູ່ຂອບເຂດທົ່ວໂລກ ແລະ ປະເທດ. 

ຕອບກັບ

ຂ່າວ/ບົດ​ອື່ນ