ພິທີສະເຫຼີມສະຫຼອງ100ປີແຫ່ງວັນເກີດຂອງວິລະຊົນຫຼີຕຶ້ຈ້ອງ

ພິທີສະເຫຼີມສະຫຼອງ100ປີແຫ່ງວັນເກີດຂອງວິລະຊົນຫຼີຕຶ້ຈ້ອງ - ảnh 1
ບັນ​ດາ​ຜູ້​ແທນ​ສູນ​ກາງ​ຄະ​ນະ​ຊາວ​ໜຸ່ມ​ສູນ​ກາງ​ໄດ້​ທູບ​ທຽນ​ເພື່ອ​ອາ​ໄລ​ຫາ​ວິ​ລະ​ຊົນ ຫຼື​ຕື້​ຈ້ອງ
(ພາບ: V.ĐỊNH)

(vovworld) - ຕອນ​ເຊົ້າ​ວັນ​ທີ 19/10, ຢູ່​ສູນວັດທະນະທຳ​ຮູບ​ເງົາ​ແຂວງ ຮ່າ​ຕິ້ງ, ສູນ​ກາງ​ຊາວ​ໜຸ່ມ​ກອມ​ມູນິດ ​ໂຮ່ຈີ​ມິນ, ກະຊວງ​ຕຳຫຼວດ ​ແລະ ​ແຂວງ ຮ່າ​ຕິ້ງ ​ໄດ້​ຈັດ​ຕັ້ງ​ພິທີ​ສະ​ເຫຼີ​ມສະຫຼອງ 100 ປີ ແຫ່ງ​ວັນ​ເກີດ​ຂອງ​ວິລະ​ຊົນທີ່​ໄດ້​ເສຍ​ສະຫຼະ​ຊີວິດ​ເພື່ອ​ຊາດ ຫຼີຕຶ້ຈ້ອງ (20/10/1914-20/10/2014).​ ເຊິ່ງ​ແມ່ນສະມາຊິກ​ຊາວ​ໜຸ່ມ​ກອມ​ມູນິດ​ຜູ້​ທຳ​ອິດ​ຂອງ​ການ​ປະຕິວັດ​ຫວຽດນາມ. ອ່ານສູນ​ທອນ​ພົດ​ທີ່​ພິທີ, ​ເລຂາ​ທີໜຶ່ງ ສູນ​ກາງ​ຊາວ​ໜຸ່ມ​ກອມ​ມູນິດ​ຫວຽດນາມ ຫງວຽນ​ດັກ​ວິ​ງ ​ໄດ້​ທົບ​ທວນຄືນ​ຊີວິດ ​ແລະ ການ​ເສຍສະຫຼະ​ຊີວິດ​ອັນ​ສູງ​ສົ່ງ​ຂອງ ຫຼີຕຶ້ຈ້ອງ ​ແລະ ມູນ​ເຊື້ອ​ຮັກ​ຊາດ​ຂອງ​ຊາວ​ໜຸ່ມ​ຫວຽດນາມ ຜ່ານ​ບັນດາໄລຍະ​ປະຫວັດສາດ. ອ້າຍ ຫງວຽນ​ດັກ​ວິ​ງ ຢືນຢັນ​ວ່າ, ສຳລັບ​ຊາວ​ໜຸ່ມ​ຫວຽດນາມ, ຄວາມ​ຮັກ​ປະ​ເທດ​ຊາດຈະ​ບໍ່​ປ່ຽນ​ແປງ​ຢ່າງ​ເດັດຂາດ ​ແລະ ນຳ້​ໃຈ​ຮັກ​ຊາດ​ຂອງ ​ຫຼີຕຶ້ຈ້ອງ ຍາມ​ໃດ​ກໍ່​ແມ່ນ​ແປວ​ໄຟ​ເຍືອງ​ທາງ​ໃຫ້​ແກ່​ຊາວ​ໜຸ່ມ​ຫວຽດນາມ.


ຂ່າວ/ບົດ​ອື່ນ