ພິທີສະເຫຼີມສະຫຼອງ86ປີແຫ່ງວັນສ້າງຕັ້ງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ

ພິທີສະເຫຼີມສະຫຼອງ86ປີແຫ່ງວັນສ້າງຕັ້ງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ - ảnh 1
(ພາບປະກອບ)

(vovworld) - ຕອນ​ຄ່ຳ​ວັນ​ທີ 23/03, ທີ່​ນະຄອນ ດ່າ​ໜັງ, ສູນ​ກາງ​ຄະນະ​ຊາວ​ໜຸ່ມ​ກອມ​ມູນິດ ​ໂຮ່ຈີ​ມິນ ຈັດ​ຕັ້ງ​ພິທີ​ສະ​ເຫຼີ​ມສະຫຼອງ 86 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ຄະນະ​ຊາວ​ໜຸ່​ມກອມ​ມູນິດ ​ໂຮ່ຈີ​ມິນ (26/03/1931 – 26/03/2017) ​ແລະ ມອບ​ລາງວັນ ຫຼີຕຶ້ຈ້ອງ ປີ 2017. ທີ່​ພິທີ, ທ່ານ​ນາງ ​ເຈືອງ​ທິມາຍ​ ຫົວໜ້າ​ຄະນະ​ຂົນຂວາຍ​ປະຊາຊົນ​ສູນ​ກາງ ​ໄດ​້ຍ້ອງຍໍ​ຄວາມ​ມານະ​ພະຍາຍາມສູ້​ຊົນ ​ແລະ ການ​ປະກອບສ່ວນ​ຢ່າງ​ໃຫຍ່​ຫລວງ​ຂອງບັນດາ​ລຸ້ນພະນັກງານ, ສະມາຊິກ​ຊາວ​ໜຸ່ມ, ຊາວ​ໜຸ່ມ ​ໃນ​ທົ່ວ​ປະ​ເທດ. ທ່ານ​ນາງ ​ເຈືອງ​ທິມາຍ ​ເນັ້ນ​ໜັກ​ວ່າ:

        “​ເພື່ອ​ສ້າງ​ລຸ້ນຊາວ​ໜຸ່ມ​ໃນ​ສະ​ໄໝ​ໃໝ່​ມີ​ຄຸນສົມບັດ, ມີພູມ​ປັນຍາ, ມີ​ຄວາມ​ໄຝ່ຝັນ​ສູງ, ຄະນະ​ຊາວ​ໜຸ່ມ​ຄວນ​ສືບ​ຕໍ່​ປ່ຽນ​ໃໝ່​ຢ່າງ​ແຮງ​ທັງ​ເນື້ອ​ໃນ ​ແລະ ວິທີ​ການ​ເຄື່ອນ​​ໄຫວ, ຍົກ​ສູງວຽກ​ງານ​ສຶກສາ​ອົບຮົມ, ລະດົມ​ກຳລັງ​ໃຈຊາວ​ໜຸ່ມ​ຮ່ຳຮຽນ, ປະຕິບັດ​ຕາມ​ແບບຢ່າງ​ຄຸນສົມບັດ, ​ແບບ​ແຜນການ​ດຳລົງ​ຊີວິດ​ປະທານ ​ໂຮ່ຈີ​ມິນ ຢ່າງ​ມີ​ປະສິດທິ​ຜົນ. ບັນດາ​ຂະ​ບວນການ​ເຄື່ອນ​ໄຫວຂອງ​ຄະນະ​ຊາວ​ໜຸ່ມ​ຕ້ອງ​ມຸ່ງ​ໄປ​ເຖິງ​​ໄວໜຸ່ມ ​​ເພື່ອເບິ່ງ​ແຍງ​ດູ​ແລ​ໜູນ​ຊ່ວຍ ​ຮ່ວມ​ເດີນທາງ​ພ້ອມ​ກັບ​ຊາວ​ໜຸ່ມສ້າງອາຊີບ. ບົນ​ພື້ນຖານ​ນັ້ນ ຂົນຂວາຍ​ໄວ​ໜຸ່ມ​ຍົກ​ສູງ​ຄວາມ​ຮູ້​ຫົວຄິດ​ປະດິດ​ສ້າງປະຈັນ​ບານອາສາ​ສະໝັກ ”

        ​ແລະ​ກໍ່​ພິທີ​ສະ​ເຫຼີ​ມສະຫຼອງ, ຜູ້​ແທນ​ດີ​ເດັ່ນ 87 ຄົນທີ່​ເປັນ​ເລຂາ​ຄະນະ​ຊາວ​ໜຸ່ມ​ຂັ້ນ​ເມືອງ, ​ເລຂາ​ຄະນະ​ຊາວ​ໜຸ່ມ​ຂັ້ນ​ທ້ອງຖິ່ນ ​ແລະ ສະມາຊິກ​ຊາວ​ໜຸ່ມ​ດີ​ເດັ່ນ​ ​ເຊິ່ງມີ​ຜົນງານ​ດີ​ເດັ່ນ​​ໃນ​ການ​ຮ່ຳຮຽນ, ອອກ​ແຮງ​ງານ, ປະຕິບັດ​ງານ​ໃນ​ວຽກ​ງານ​ຊາວໜຸ່ມ ​ແລະ ຂະ​ບວນການ​ຊາວ​ໜຸ່ມ ​ເຍົາວະ​ຊົນ ​ອະນຸຊົນ ມີ​ຄວາມ​ເປັນ​ກຽດ​ໄດ້​ຮັບລາງວັນ ຫຼີຕຶ້ຈ້ອງ 2017.

 

ຕອບກັບ

ຂ່າວ/ບົດ​ອື່ນ