ພິທີສະເຫຼີມສະຫຼອງວັນສາກົນໃຊ້ພາສາຝະຣັ່ງ

ພິທີສະເຫຼີມສະຫຼອງວັນສາກົນໃຊ້ພາສາຝະຣັ່ງ - ảnh 1
ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ
 ຫວຽດນາມ ຮ່າ​ກີ​ມງອກ
(ພາບ: TTXVN)

(vovworld) - ຕອນ​ຄ່ຳ​ວັນ​ທີ 17/03, ຢູ່​ຮ່າ​ໂນ​້ຍ ກະຊວງການ​ຕ່າງປະ​ເທດ ຫວຽດນາມ ສົມທົບ​ກັບ​ອົງການ​​ຝະຣັ່ງ​ໂກ​ໂຟນີສາກົນ (OIF) ຈັດ​ຕັ້ງ​ພິທີ​ສະ​ເຫຼີ​ມສະຫຼອງ​ວັນ​ສາກົນ​ໃຊ້​ພາສາຝະຣັ່ງ. ກ່າວ​ຄຳ​ເຫັນ​ທີ່​ພິທີ​ສະ​ເຫຼີ​ມສະ​ຫຼອງ, ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ຮ່າ​ກີ​ມງອກ ຕີ​ລາຄາ​ສູງ​ບັນດາ​ຜົນງານ​ເຊິ່ງປະຊາ​ຄົມ​ໃຊ້​ພາສາ​ຝະຣັ່ງບັນລຸ​ໄດ້​ໃນ​ຂົງ​ເຂດ​ຮ່ວມ​ມື ​ແລະ ບັນດາ​ການ​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ຂອງ​ປະຊາ​ຄົມ​ໃຊ້​ພາສາ​ຝະຣັ່ງ ​ໃນ​ການ​ແກ້​ໄຂ​ບັນດາ​ສິ່ງ​ທ້າ​ທາ​ຍທົ່ວ​ໂລກ​ທັງ​ດ້ານ​ປ້ອງ​ກັນຊາ​ດປ້ອງ​ກັນ​ຄວາມ​ສະຫງົບ ​ແລະ ການ​ພັດທະນາ. ທ່ານ​ຮອງ​ລັດຖະມົນຕີ ຮ່າ​ກີ​ມງອກ ຢືນຢັນ​ວ່າ

        “ຫວຽດນາມ ​ໄດ້, ພວມ​ ​ແລະ ຈະ​ສືບ​ຕໍ່​ເປັນ​ເຈົ້າ​ການ, ຕັ້ງໜ້າ​ເຂົ້າ​ຮ່ວມ​ການປະກອບສ່ວນ​ເຂົ້າ​ໃນ​ການ​ປັບປຸງ​ນ້ຳ​ໃຈ​ສາມັກຄີ ​ແລະ ການ​ຮ່ວມ​ມື​ໃນ​ປະຊາ​ຄົມ​ໃຊ້​ພາສາ​ຝະຣັ່ງ ​ເພື່ອ​ສັນຕິພາບ, ສະຖຽນ​ລະພາບ, ການ​ພັດທະນາ​ແບບ​ຍືນ​ຍົງ​ໃນ​ໂລກ. ຫວຽດນາມ ພ້ອມ​ແລ​້ວທີ່​ຈະ​ເປັນ​ຂົວ​ຕໍ່​ໃຫ້ການ​ພັດທະນາ​ຢ່າງ​ແຮງ​ຂອງ​ປະຊາ​ຄົມ​ໃຊ້​ພາສາ​ຝະຣັ່ງຢູ່ ອາຊີ - ​ແຊີ​ຟິກ”.

        ສ່ວນ​ທ່ານ Eric Normand Thibeault ຜູ້ຕາງໜ້າ​ພາກ​ພື້ນ ອາຊີ - ປາຊີ​ຟິກຂອງ​ອົງການ​ຝະຣັ່ງ​ໂກ​ໂຟນີສາກົນ ຢືນຢັນ​ວ່າ ອົງການ​ຝະຣັ່ງ​ໂກ​ໂຟນີສາກົນຕີ​ລາຄາ​ສູງ​ບົດບາດ​ຂອງ ຫວຽດນາມ ​ໃນ​ປະຊາ​ຄົມ​ໃຊ້​ພາສາ​ຝະຣັ່ງ. ທ່ານ Eric Normand Thibeault ຖື​ເປັນ​ສຳຄັນ​ບັນດາ​ໂຄງການ​ຮ່ວມ​ມື​ກັບ ຫວຽດນາມ, ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​ສອນ​ພາສາ​ຝະຣັ່ງດ້ວຍ​ພາສາ​ຝະຣັ່ງ, ຊຸກຍູ້​ວັດທະນະທຳ​ຫລາຍ​ຮູບ​ຫລາຍ​​ແບບ, ກະກຽ​ມ​ໃຫ້ການ​ເຂົ້າ​ຮ່ວມ​​ກຳ​ລັງຮັກສາ​ສັນຕິພາບ​ຂອງ​ສະຫະ​ປະຊາ​ຊາດ ​ແລະ ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​.

 

ຕອບກັບ

ຂ່າວ/ບົດ​ອື່ນ