ພິທີສະເຫລີມສະຫລອງ 50 ປີແຫ່ງວັນສ້າງຕັ້ງອາຊຽນຢູ່ນະຄອນຫລວງ Dhaka,ບັງກະລາເທດ

(VOVWORLD) -ຕອນເຊົ້າວັນທີ 8 ສິງຫາ, ຄະນະກຳມະການ ອາຊຽນ  Dhaka (ADC)  ໄດ້ຈັດຕັ້ງພິທີສະເຫລີມສະຫລອງ 50 ປີແຫ່ງວັນສ້າງຕັ້ງ ອາຊຽນ ທີ່ສະຖານທູດ ໄທ ຢູ່ ນະຄອນຫລວງ Dhaka ປະເທດ ບັງກະລາເທດ 

ພິທີສະເຫລີມສະຫລອງ 50 ປີແຫ່ງວັນສ້າງຕັ້ງອາຊຽນຢູ່ນະຄອນຫລວງ Dhaka,ບັງກະລາເທດ - ảnh 1 ບັນດາຜູ້ແທນເຂົ້າຮ່ວມພິທີສະເຫລີມສະຫລອງ

ພາບ: baothegioi

ໂດຍມີການເຂົ້າຮ່ວມຂອງການນຳລັດຖະມົນຕີ ບັງກະລາເທດ ແລະ ຜູ້ຕາງຫນ້າສະຖານທູດບັນດາປະເທດ ຄື: ບຣຸໄນ, ອິນໂດເນເຊຍ, ມາເລເຊຍ, ຟີລີບປີນ, ໄທ, ຫວຽດນາມ, ກົງສູນ ສິງກະໂປ ແລະ ອຸປະທູດຊົ່ວຄາວ ມຽນມາ ພ້ອມກັບປະຊາຄົມວິສາຫະກິດ ແລະ ນັກຂ່າວ. ພິທີໄດ້ເລີ່ມຕົ້ນດ້ວຍການຊັກທຸງ ອາຊຽນ ຫລັງຈາກນັ້ນແມ່ນງານບຸນອາຫານການກິນ ອາຊຽນ.

ກ່າວຄຳເຫັນນະພິທີຊັກທຸງ ອາຊຽນ, ທ່ານ Nur Ashikin Mohd Taib ເອກອັກຄະລັດຖະທູດ ມາເລເຊຍ ປະຈຸບັນ ພວມແມ່ນປະທານ ADC ໄດ້ທົບທວນຄືນບັນດາຂີດໝາຍປະຫວັດສາດສຳຄັນ ໃນ 50 ປີແຫ່ງການສ້າງຕັ້ງ ແລະ ພັດທະນາຂອງ ອາຊຽນ, ເນັ້ນຫນັກເຖິງບັນດາການເຄື່ອນໄຫວແລກປ່ຽນຄະນະຜູ້ແທນຢູ່ຂັ້ນລັດຖະບານ, ວິສາຫະກິດ ແລະ ປະຊາຊົນລະຫວ່າງບັນດາປະເທດ ອາຊຽນ ກັບ ບັງກະລາເທດ ນັບມື້ນັບເພີ່ມຂຶ້ນໃນໄລຍະຜ່ານມາ, ຢັ້ງຢືນຄືນວ່າ ບັນດາປະເທດ ອາຊຽນ ສືບຕໍ່ຮ່ວມມືຢ່າງແຫນ້ນແຟ້ນກັບ ບັງກະລາເທດ ຊື່ງແມ່ນຄູ່ຮ່ວມມືສຳຄັນຂອງ ອາຊຽນ ແລະ ປາດຖະຫນາຢາກປະຊາຄົມ ອາຊຽນ ສືບຕໍ່ສະຫນິດຕິດພັນ, ພັດທະນາ ແລະ ມີຄວາມວັດທະນາຖາວອນ. 

ຕອບກັບ

ຂ່າວ/ບົດ​ອື່ນ