ພິທີສະເຫລີມສະຫລອງ55ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດແລະ40ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ-ການຮ່ວມມື

(VOVWORLD) -ຕອນເຊົ້າວັນທີ 18 ກໍລະກົດ, ຢູ່ ນະຄອນຫລວງ ວຽງຈັນ ໄດ້ດຳເນີນພິທີສະເຫລີມສະຫລອງ 55 ປີ ແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ ແລະ 40ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ-ການຮ່ວມມືຫວຽດນາມແລະລາວ. 
ພິທີສະເຫລີມສະຫລອງ55ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດແລະ40ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ-ການຮ່ວມມື - ảnh 1 ບັນດາຜູ້ແທນຂັ້ນສູງ ຫວຽດນາມ ແລະ ລາວ ເຂົ້າຮ່ວມພິທີ

ເຂົ້າຮ່ວມພິທີ ມີທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່, ປະທານປະເທດ ລາວ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ທ່ານນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ລາວ. ຄະນະຜູ້ແທນຂັ້ນສູງ ພັກ ແລະ ລັດຫວຽດນາມເຂົ້າຮ່ວມພິທີດັ່ງກ່າວ ໂດຍທ່ານນາງ ຕ່ອງທິຟອງ, ຮອງປະທານຜູ້ປະຈຳການສະພາແຫ່ງຊາດ ເປັນຫົວຫນ້າຄະນະ. ກ່າວຄຳເຫັນນະພິທີ, ທ່ານເລຂາທິການໃຫຍ່, ປະທານປະເທດລາວ ບຸນຍັງ ວໍລະຈິດ ໄດ້ຢືນຢັນວ່າ ເຖິງວ່າໃນສະພາບການໃດ, ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມ ແລະ ຄວາມສາມັກຄີແບບພິເສດ ລາວ - ຫວຽດນາມ ຍາມໃດກໍ່ໄດ້ຮັບການເພີ່ມພູນຄູນສ້າງ ແລະ ພັດທະນາເຂົ້າສູ່ລວງເລິກ, ແທດຈິງ ແລະ ມີປະສິດທິຜົນໃນທຸກຂົງເຂດ, ນຳມາເຊິ່ງຜົນປະໂຫຍດໃຫ້ແກ່ປະຊາຊົນແຕ່ລະປະເທດ. ສ່ວນທ່ານນາງ ຕອງທິຟອງ, ໄດ້ຢືນຢັນວ່າ ຫວຽດນາມ ແລະລາວ ມີຄວາມເຊື່ອໝັ້ນ ແລະ ຕັດສິນໃຈພ້ອມກັນຮັກສາສາຍພົວພັນບໍລິສຸດຜຸດຜ່ອງນີ້ໃຫ້ແກ່ລຸ້ນຫລັງຕະຫລອດການ. ທ່ານນາງ ຕອງທິຟອງ ມີຄວາມເຊື່ອໝັ້ນວ່າ ພາຍໃຕ້ການຊີ້ນຳນຳພາຂອງພັກປະຊາຊົນປະຕິວັດລາວ, ການບໍລິຫານຂອງລັດຖະບານ, ການຕິດຕາມກວດກາຂອງສະພາແຫ່ງຊາດ, ປະຊາຊົນລາວ ຈະສ້າງສາປະເທດລາວໃຫ້ມີຄວາມສັນຕິພາບ, ເອກະລາດ, ປະຊາທິປະໄຕ, ເອກະພາບ ແລະ ວັດທະນາຖາວອນຢ່າງສຳເລັດຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ