ພິທີສະເໜີຕົວສະພາທີ່ປຶກສາຂອງຄະນະກຳມະການແຫ່ງຊາດກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ

  ພິທີສະເໜີຕົວສະພາທີ່ປຶກສາຂອງຄະນະກຳມະການແຫ່ງຊາດກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ - ảnh 1
ທ່ານ ເຈີນ​ຮົ່ງ​ຮ່າ ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າການກະ​ຊວງ​ຊັບ​ພະ​ຍາ​ກອນ ແລະ ສິ່ງ​ແວດ​ລ້ອມກ່າວ​ຄຳ​ເຫັນ​ທີ່ພິ​ທີ​ສະ​ເໜີ​ຕົວ ສະ​ພາ​ທີ່​ປຶກ​ສາ​ຂອງ​ຄະ​ນະ​ກຳ​ມະ​ການ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ

(vovworld)- ຕອນ​ເຊົ້າ​ວັນ​ທີ 22/1, ຢູ່​ຮ​່າ​ໂນ້ຍ, ກະ​ຊວງ​ຊັບ​ພະ​ຍາ​ກອນ ແລະ ສິ່ງ​ແວດ​ລ້ອມຫວຽດ​ນາມ​ໄດ້​ຈັດ​ພິ​ທີ​ສະ​ເໜີ​ຕົວ ສະ​ພາ​ທີ່​ປຶກ​ສາ​ຂອງ​ຄະ​ນະ​ກຳ​ມະ​ການ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ ແລະ ປະ​ກາດ​ບົດ​ລາຍ​ງານ​ພິ​ເສດ​ຂອງ​ຫວຽດ​ນາມ​ກ່ຽວ​ກັບ​ການ​ຄຸ້ມ​ຄອງ​ຄວາມ​ສ່ຽງ​ໄພ​ທຳ​ມະ​ຊາດແນ​ໃສ່​ຊຸກ​ຍູ້​ການ​ດັດ​ປັບ​ໃຫ້​ແທດ​ເໝາະ​ກັບການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ.

   ສະ​ພາ​ທີ່​ປຶກ​ສາ​ຂອງ​ຄະ​ນະ​ກຳ​ມະ​ການ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ເພື່ອ​ແນ​ໃສ່​ໃຫ້​ຄຳ​ປຶກ​ສາ​ໃຫ້​ແກ່​ລັດ​ຖະ​ບານ ແລ​ະ ຄະ​ນະ​ກຳ​ມະ​ການ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດກ່ຽວ​ກັບ​ບັນ​ດາ​ແຜນ​ນະ​ໂຍ​ບາຍ, ນະ​ໂຍ​ບາຍ, ບັນ​ດາ​ບັນ​ຫາ​ວິ​ທະ​ຍາ​ສາດ, ເຕັກ​ໂນ​ໂລ​ຢີ​ກ່ຽວ​ກັບ​ການປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ, ແນ​ໃສ່​ຮັບ​ມື​ກັບການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດຢ່າງ​ມີ​ປະ​ສິດ​ທິ​ຜົນ. ທ່ານ ເຈີນ​ຮົ່ງ​ຮ່າ ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າການກະ​ຊວງ​ຊັບ​ພະ​ຍາ​ກອນ ແລະ ສິ່ງ​ແວດ​ລ້ອມ ໃຫ້​ຮູ້​ວ່າ :

   “ ໄລ​ຍະ​ທີ່​ຈະ​ມາ​ເຖິງ,  ກະ​ຊວງ​ຊັບ​ພະ​ຍາ​ກອນ ແລະ ສິ່ງ​ແວດ​ລ້ອມ, ສະ​ພາ​ທີ່​ປຶກ​ສາ​ຂອງ​ຄະ​ນະ​ກຳ​ມະ​ການ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ ມີ​ບັນ​ດາ​ບົດ​ລາຍ​ງານ​ໃຫ້​ຄຳ​ປຶກ​ສາ​ເປັນ​ປະ​ຈຳ​ເພື່ອ​ໃຫ້​ລັດ​ຖະ​ບານ​ມີ​ພື້ນ​ຖານ​ກຳ​ນົດ​ບັນ​ດາ​ຍຸດ​ທະ​ສາດ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ໃນ​ທຸກ​ຂົງ​ເຂດ. ”

 

ຂ່າວ/ບົດ​ອື່ນ