ພິທີສະເໜີຕົວສະພາເງິນເດືອນແຫ່ງຊາດ

ພິທີສະເໜີຕົວສະພາເງິນເດືອນແຫ່ງຊາດ - ảnh 1
ພິທີ​ສະ​ເໜີ​ຕົວ​ສະພາ​ເງິນ​ເດືອນ​ແຫ່ງ​ຊາດ
(ພາບ: nld.com.vn)


(vovworld) - ກ່າວຄຳ​ເຫັນ​ທີ່​ພິທີ​ສະ​ເໜີ​ຕົວ​ສະພາ​ເງິນ​ເດືອນ​ແຫ່ງ​ຊາດ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູວັນ​ນິງ ຊີ້​ແຈ້ງວ່າ: ສະພາ​ເງິນ​ເດືອນ​ແຫ່ງ​ຊາດ ​ແມ່ນ​ຮູບ​ແບບ​ໃໝ່, ປະຕິບັດ​ໜ້າ​ທີ່​ເປັນທີ່​ປຶກສາ​ໃຫ້​ລັດຖະບານ ​ເພື່ອສືບ​ຕໍ່ປ່ຽນ​ໃໝ່​ນະ​ໂຍບາຍ​ເງິນ​ເດືອນ​ຕາມ​ພື້ນຖານເສດຖະກິດການ​ຕະຫຼາດ, ​ເໝາະ​ສົມ​ກັບ​ວິວັດ​ການ​ເຊື່ອມ​ໂຍງ, ​​ແນ​ໃສ່​ເສີມ​ຂະຫຍາຍ​ບົດບາດ​​ເຫັນ​ດີ​ເຫັນພ້ອມລະຫວ່າງ​ອົງການ​ລັດຖະບານ, ຕາງ​ໜ້າໃຫ້​ຄົນ​ງານ ​ແລະ ຕາງ​ໜ້າ​ໃຫ້​ຜູ້ນຳ​ໃຊ້​ຄົນ​ງານ. ຄຽງ​ຂ້າງ​ນັ້ນ, ສະພາ​ເງິນ​ເດືອນ​ແຫ່ງ​ຊາດຍັງ​ຄົ້ນຄວ້າ, ສະ​ເໜີຕໍ່ກັບ​ລັດ​ຖະບານລະດັບ​ເງິນ​ເດືອນ​ພື້ນຖານ ຕາມ​ຊົ່ວໂມງເຮັດວຽກ​ສຳລັບ​ບາງ​ວິຊາ​ຊີບ, ຈັດຕັ້ງການກວດກາ, ຕີ​ລາຄາ​ກ່ຽວ​ກັບ​ການຈັດ​ແບ່ງ​ເຂດ​​ນຳ​ໃຊ້​ລະດັບ​ເງິນ​ເດືອນ​ພື້ນຖານ​ສຳລັບເຂດ​ເພື່ອສະ​ເໜີຕໍ່​ລັດຖະບານ​ປັບປຸງ, ປະກາດ​ລະດັບ​ເງິນ​ເດືອນພື້ນານ. ທ່ານ​ຮອງ​ນາຍົກລັດຖະມົນ​ຕີ ຫວູວັນ​ນິງ ​ເນັ້ນ​ໜັກ​ວ່າ.

   “ບັນດາ​ສະມາຊິກ​ຂອງສະພາ​ເງິນ​ເດືອນ​ແຫ່ງ​ຊາດ ຍົກ​ສູງ​ຈິດ​ໃຈ​ຮັບຜິດຊອບ, ໜ້າທີ່ສົມທົບ​ກັບບັນດາ​ສະມາຊິກ, ບັນດາອົງການ​ຈັດ​ຕັ້ງ​ຕ່າງໆ​ຢ່າງ​ແໜ້ນ​ແຟ້ນ ​ເພື່ອ​ໃຫ້ການ​ເຄື່ອນ​ໄຫວ​ຂອງສະພາ​ເງິນ​ເດືອນ​ແຫ່ງ​ຊາດ ​ມີ​ປະສິດທິ​ຜົນ. ​ໃນ​ຊຸມ​ເດືອນ​ທີ່​ຍັງ​ເຫຼືອ​ຂອງ​ປີ 2013, ບັນດາ​ສະມາຊິກສະພາ​ເງິນ​ເດືອນ​ແຫ່ງ​ຊາດ ຕ້ອງ​ດຳ​ເນິນ​ການ​ຄົ້ນຄວ້າ, ສະ​ເໜີ​ຕໍ່​ລັດຖະບານ ປະກາດ​ລະດັບ​ເງິນ​ເດືອນ​ພື້ນຖານ​ຂອງ​ເຂດ​​ເພື່ອນຳ​ໃຊ້​ໃຫ້​ປີ 2014. ກະຊວງ​ແຮງ​ງານ, ທະຫານ​ເສຍ​ອົງ​ຄະ ​ແລະ ສັງຄົມ ສ້າງ​ເງື່ອນ​ໄຂ​ດ້ານ​ວັດ​ຖຸ, ກະ​ກຽມ​ບັນດາເອກະສານ​ເປັນຢ່າງ​ດີ. ບັນດາ​ອົງການ, ອົງການ​ຈັດ​ຕັ້ງ​ທີ່​ກຽວ​ຂ້ອງ​ຢູ່​ສູນ​ກາງ ​ແລະ ທ້ອງຖິ່ນສົມທົບ​ກັບສະພາ​ເງິນ​ເດືອນ​ແຫ່ງ​ຊາດ​ໃນ​ວິວັດ​ການ​ເຄື່ອນ​ໄຫວຢ່າງ​ແໜ້ນ​​ແຟ້ນ”.

ຂ່າວ/ບົດ​ອື່ນ