ພິທີອັດກອງປະຊຸມສຸດຍອດ APEC

(VOVWORLD) - ໃນສະພາບການທີ່ສອງປະເທດມະຫາອຳນາດດ້ານເສດຖະກິດແຖວໜ້າແມ່ນ ອາເມລິກາ ແລະ ຈີນ ມີການແບ່ງແຍກຢ່າງເລິກເຊິ່ງກ່ຽວກັບດ້ານການຄ້າ ແລະ ການລົງທຶນ
ພິທີອັດກອງປະຊຸມສຸດຍອດ APEC  - ảnh 1ການນຳບັນດາພື້ນຖານເສດຖະກິດທີ່ກອງປະຊຸມ

ກອງປະຊຸມສຸດຍອດເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC) ຄັ້ງທີ 26 ໄດ້ອັດລົງໃນວັນທີ 18 ພະຈິກ ຢູ່ນະຄອນ Port Moresby ຂອງປະເທດ ປາປົວ ນິວກີເນ, ໃນສະພາບການທີ່ສອງປະເທດມະຫາອຳນາດດ້ານເສດຖະກິດແຖວໜ້າແມ່ນ ອາເມລິກາ ແລະ ຈີນ ມີການແບ່ງແຍກຢ່າງເລິກເຊິ່ງກ່ຽວກັບດ້ານການຄ້າ ແລະ ການລົງທຶນ. ນີ້ແມ່ນຄັ້ງທຳອິດໃນປະຫວັດສາດ, ກອງປະຊຸມສຸດຍອດ APEC ບໍ່ຍົກອອກຖະແຫຼງການຮ່ວມທາງການ.

        ກ່າວຄຳເຫັນຕໍ່ວົງການນັກຂ່າວພາຍຫຼັງສິ້ນສຸດກອງປະຊຸມ, ທ່ານ Peter O’Neill, ນາຍົກລັດຖະມົນຕີ ປາປົວນີວກີເນ ໃຫ້ຮູ້ວ່າ: ຈະຕາງໜ້າໃຫ້ບັນດາພື້ນຖານເສດຖະກິດອອກຖະແຫຼງການປະທານໃນວັນທີ 18 ພະຈິກ. ຕາມທ່ານແລ້ວ, ທີ່ກອງປະຊຸມ, ບັນດາການນຳພື້ນຖານເສດຖະກິດໄດ້ເກີດຄວາມບໍ່ລົງລອຍກັນກ່ຽວກັບການປະຕິຮູບອົງການການຄ້າໂລກ (WTO).

        ທ່ານ Peter O’Neill, ນາຍົກລັດຖະມົນຕີ ປາປົວນີວກີເນ ຍັງຖະແຫຼງທີ່ກອງປະຊຸມວ່າ, ບັນດາການນຳໄດ້ປຶກສາຫາລືຫຼາຍຫົວຂໍ້ ແລະ ບັນດາພື້ນຖານເສດຖະກິດສະມາຊິກ APEC ສືບຕໍ່ຍົກອອກຄວາມມານະຍາຍາມຫຼາຍຢ່າງເພື່ອແນໃສ່ຮັບປະກັນໃຫ້ພາກພື້ນ ອາຊີ - ປາຊີຟິກ ສືບຕໍ່ບັນລຸການເຕີບໂຕເສດຖະກິດຮອບດ້ານ ກໍ່ຄືເຊື່ອມໂຍງເພື່ອໃຫ້ພົນລະເມືອງທຸກຄົນມີລະດັບຄອງຊີບທີ່ດີກ່ວາ. ທ່ານນາຍົກລັດມົນຕີ ປາປົວນີວກີເນ Peter O’Neill ເນັ້ນໜັກວ່າ: ກອງປະຊຸມສຸດຍອດ APEC, ກໍ່ຄືກອງປະຊຸມສຸດຍອດການນຳວິສາຫະກິດ APEC ສືບຕໍ່ສຸມໃສ່ບັນດາຄວາມມານະພະຍາຍາມເພື່ອແນໃສ່ຫລຸດຜ່ອນຄວາມຂາດສະຖຽນລະພາບ, ຮັບປະກັນຄວາມເປັນຫຼາຍຮູບຫຼາຍແບບຂອງເສດຖະກິດ ແລະ ການຮ່ວມມືເພື່ອຫລຸດຜ່ອນຮົ້ວກີດຂວາງດ້ານການຄ້າ, ຊຸກຍູ້ການເຕີບໂຕ ແລະ ຮັບປະກັນຄວາມວັດທະນາຖາວອນຂອງປະຊາຊົນ.

ຕອບກັບ

ຂ່າວ/ບົດ​ອື່ນ