ພິທີອັດວັນບຸນວິສາຂະບູຊາສະຫະປະຊາຊາດ - Vesak 2019

(VOVWORLD) -ພິທີອັດວັນບຸນວິສາຂະບູຊາສະຫະປະຊາຊາດ - Vesak 2019, ດຳເນີນໃນຕອນເຊົ້າວັນທີ 14 ພຶດສະພາ, ຢູ່ສູນວັດທະນະທຳພຸດທະສາສະໜາ ຕາມຈຸ໊ກ,  ແຂວງຮ່ານາມ.

ພິທີອັດວັນບຸນວິສາຂະບູຊາສະຫະປະຊາຊາດ - Vesak 2019 - ảnh 1

ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ເຈືອງຮ່ວາບິ່ງ 

(ພາບ: baogiaothong.vn)

ເຂົ້າຮ່ວມພິທີມີ ການນຳຫວຽດນາມ, ການນຳບັນດາປະເທດ; ບັນດາຜູ້ມີຍົດສັກຕຳແໜ່ງທາງສາສະໜາພຸດ, ອົງການຈັດຕັ້ງພຸດທະສາສະໜາຂອງບັນດາປະເທດ, ເຂດແຄ້ວນໃນໂລກ ແລະ ຫວຽດນາມ; ບັນດາພະສົງສຳມະເນນ, ພຸດທະສາສະນິກກະຊົນຢູ່ພາຍໃນ ແລະ ຕ່າງປະເທດ.

        ກ່າວຄຳເຫັນພິທີອັດວັນບຸນວິສາຂະບູຊາ Vesak 2019, ພະມະຫາອາຈານ ທິ໊ກແທັງຫຍ໋ຽວ, ຮອງປະທານຜູ້ປະຈຳການສະພາບໍລິຫານງານພຸດທະສາສະໜາຫວຽດນາມ, ຢືນຢັນວ່າ: ວັນບຸນວິສາຂະບູຊາ Vesak 2019 ຢູ່ຫວຽດນາມ ໄດ້ປະສົບຜົນສຳເລັດຢ່າງຈົບງາມ.

        “ດ້ວຍຫົວຂໍ້ “ວິທີສຳຜັດຂອງພຸດທະສາສະໜາ ກ່ຽວກັບການນຳພາທົ່ວໂລກ ແລະ ຄວາມຮັບຜິດຊອບພ້ອມກັນແບ່ງປັນເພື່ອສັງຄົມຍືນຍົງ” ໄດ້ເຕື້ອງເຖິງຂອບຂະໜາດ, ຄວາມໝາຍອັນໃຫຍ່ຫຼວງຂອງວັນບຸນ Vesak 2019; ຢືນຢັນຄຸນຄ່າແກ່ນສານກ່ຽວກັບສັນຕິພາບ ແລະ ພູມປັນຍາໃນຫຼັກຄຳສັ່ງສອນຂອງພະພຸດທະເຈົ້າ, ເພື່ອສ້າງການພັດທະນາແບບຍືນຍົງ ແລະ ສັນຕິພາບຢ່າງແທດຈິງໃຫ້ແກ່ມວນມະນຸດ. ກອງປະຊຸມສຳມະນາວິທະຍາສາດສາກົນວັນບຸນ Vesak ໃນປີນີ້ແມ່ນການເຕົ້າໂຮມພູມປັນຍາ ແລະ ຄວາມເບີກບານໃຈຂອງຜູ້ແທນກວ່າ 1.650 ທ່ານທີ່ມາຈາກກວ່າ 112 ປະເທດ ແລະ ເຂດແຄ້ວນ… ເຊິ່ງໄດ້ຮັບການສະຫຼຸບຖອດຖອນໃນຖະແຫຼງການ ຮ່ານາມ 2019 ຈະແມ່ນຄຳໝັ້ນສັນຍາຂອງປະຊາຄົມພຸດທະສາສະໜາໂລກ, ປະກອບສ່ວນສ້າງສັນຕິພາບໃຫ້ແກ່ມວນມະນຸດ”.

        ວັນບຸນ Vesak ຄັ້ງທີ 16 ປີ 2019 ຍັງມີການເຂົ້າຮ່ວມ ແລະ ກ່າວປາໄສຂອງການນຳຫຼາຍປະເທດ, ພ້ອມກັບພະສົງສຳມະເນນ, ພຸດທະສາສະນິກະຊົນນັບພັນໆຄົນທີ່ມາຈາກກວ່າ 112 ປະເທດ ແລະ ເຂດແຄ້ວນ, ໄດ້ຢັ້ງຢືນຫຼັກຄຳສອນ, ຄວາມປອງດອງ ແລະ ຄວາມດຸ່ນດ່ຽງໃນຫຼັກຄຳສັ່ງສອນຂອງພຸດທະສາສະໜາທີ່ນັບມື້ນັບຢືນຢັນຄຸນຄ່າຂອງຕົນ. ກ່າວຄຳເຫັນຢູ່ທີ່ນີ້, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ເຈືອງຮ່ວາບິ່ງ, ເນັ້ນໜັກວ່າ.

        “ຫວຽດນາມ - ປະເທດທີ່ຮັກຫອມສັນຕິພາບ, ສືບຕໍ່ຍົກສູງວັດທະນະທຳມະນຸດສາດ, ສັນຕິພາບ, ມິດຕະພາບ ແລະ ການຮ່ວມມືຂອງວັນບຸນ Vesak 2019 ເປັນສຳຄັນ; ເຊື່ອມຕໍ່ກຳລັງແຮງ, ນ້ຳໃຈສາມັກຄີ, ຄວາມສະໜິດຕິດພັນ, ຄວາມມານະພະຍາຍາມ, ພ້ອມກັນກະທຳ… ຂອງບັນດາຜູ້ເປັນລູກຂອງພະພຸດທະເຈົ້າໃນທົ່ວໂລກ, ເພື່ອສັນຕິພາບ - ການຮ່ວມມື ແລະ ຄວາມກ້າວໜ້າໃນສັງຄົມ. ຍາມໃດຫວຽດນາມ ກໍ່ຢືນຢັນນະໂຍບາຍສະເໝີຕົ້ນສະເໝີປາຍແມ່ນເຄົາລົບ ແລະ ຮັບປະກັນສິດເສລີໃນການເຫຼື້ອມໃສສາສະໜາ ແລະ ບັນດາສາສະໜາຢູ່ຫວຽດນາມ ຍາມໃດກໍ່ມີຄວາມສະໜິດຕິດພັນ, ຮ່ວມເດີນທາງພ້ອມກັບປະເທດຊາດ.”

        ທີ່ພິທີອັດ, ຄະນະຈັດຕັ້ງວັນບຸນ Vesak ຫວຽດນາມ 2019 ໄດ້ອອກຖະແຫຼງການ ຮ່ານາມ. ໃນຖະແຫຼງການລວມ ຮ່ານາມ ໄດ້ໃຫ້ຄຳໝັ້ນສັນຍາຈະປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງຂອງຫະປະຊາຊາດຢ່າງຄົບຖ້ວນ; ແບ່ງປັນຄວາມຮັບຜິດຊອບຕໍ່ສັງຄົມໃຫ້ຫຼາຍກວ່າອີກ ເພື່ອແນໃສ່ສະໜັບສະໜູນ, ກໍ່ສ້າງ, ຮັກສາ ແລະ ພັດທະນາບັນດາສັງຄົມແບບຍືນຍົງ. ຖະແຫຼງການເນັ້ນໜັກເຖິງວິທີການສຳຜັດການເຈລະຈາ ແລະ ບໍ່ໃຊ້ຄວາມຮຸນແຮງໃນການສ້າງສັນຕິພາບ…

        ທີ່ພິທີອັດ, ໄດ້ດຳເນີນພິທີມອບ-ຮັບປະເທດເປັນເຈົ້າພາບຈັດວັນບຸນວິສາຂະບູຊາ Vesak ສະຫະປະຊາຊາດ 2020.

ຂ່າວກ່ຽວຂ້ອງ

ຕອບກັບ

ຂ່າວ/ບົດ​ອື່ນ