ພິທີອາໄລຫາລະດັບຊາດເນື່ອງໃນໂອກາດ 67 ປີແຫ່ງວັນ ທະຫານເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດ

ພິທີອາໄລຫາລະດັບຊາດເນື່ອງໃນໂອກາດ 67 ປີແຫ່ງວັນ ທະຫານເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດ - ảnh 1
ຄະນະ​ຜູ້​ແທນ​ການ​ນຳ​ພັກ, ລັດ​ຫວຽດນາມ​ໄປວາງພວງມາລາ ​ແລະ ​ເຂົ້າຄຳນັບ​ສຸສານ​ປະທານ​ໂຮ່ຈິ​ມິນ

(vovworld)- ​ເນື່ອງໃນໂອກາດສະເຫຼີມສະຫຼອງ 67 ປີແຫ່ງວັນທະຫານ ເສຍອົງຄະ, ນັກຮົບເສຍສະຫຼະ ຊີວິດເພື່ອຊາດ(27/7/1947-27/7/2014), ຕອນເຊົ້າວັນທີ 25/7, ຢູ່ຮ່າໂນ້ຍ, ຄະນະຜູ້ແທນພັກ, ລັດໄດ້​ໄປວາງພວງມາລາ, ຖະຫວາຍທູບທຽນບູຊາ ອາໄລຫາບັນດາ ນັກຮົບເສຍສະຫຼະຊີວິດເພື່ອຊາດຢູ່ ອະນຸສາ​ວະລີບັນດານັກຮົບເສຍສະຫຼະຊີວິດເພື່ອຊາດຢູ່​​ເສັ້ນທາງ ບັກ​ເຊີນ ​ແລະ ​ເຂົ້າຄຳນັບ​ສຸສານ​ປະທານ​ໂຮ່ຈິ​ມິນ.

    ຄະນະ​ຜູ້​ແທນ​ການ​ນຳ​ພັກ, ລັດ​ຫວຽດນາມ​ມີ ທ່ານ​ເລຂາທິການ​ໃຫຍ່​ພັກ​ກອມ​ມູນິດ​ຫວຽດນາມ ຫງວຽນ​ຟູ້ຈ້ອງ, ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕີ້​ນຊາງ, ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕີ້​ນຢຸງ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ​ຫງວຽນ​ຊິງ​ຮຸ່ງ, ທ່ານ​ປະທານ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ຫງວຽນ​ທ້ຽນ​ເຍີນ, ບັນດາ​ອະດີດ​ການ​ນຳ​ພັກ, ສະພາ​ແຫ່ງ​ຊາດ ພ້ອມ​ກັບ​ການ​ນຳ​ບັນດາ​ກະຊວງ, ຂະ​ແໜງ​ການ​ຕ່າງໆ​ໄດ້ໄປວາງພວງມາລາ, ຖະຫວາຍທູບທຽນບູຊາ ອາໄລຫາບັນດານັກຮົບ ເສຍສະຫຼະຊີວິດເພື່ອຊາດຢູ່ ອະນຸສາ​ວະລີບັນດານັກຮົບເສຍສະຫຼະຊີວິດເພື່ອ ຊາດ.

    ຕໍ່​ຈາກ​ນັ້ນ, ຄະນະຜູ້ແທນພັກ,ລັດໄດ້​ໄປວາງພວງມາລາ ​ແລະ ​ເຂົ້າຄຳນັບ​ສຸສານ​ປະທານ​ໂຮ່ຈິ​ມິນ ຜູ້ນຳ​ທີ່​ຍິ່ງ​ໃຫຍ່​ຂອງ​ຊາດ​ຫວຽດນາມ.

    ​ແລະ ກໍ​ໃນ​ວັນ​ດຽວ​ກັນ, ຄະນະຜູ້ແທນຄະນະ​ພັກ​ການ​ທະຫານ​ສູນ​ກາງ ​ແລະ ກະຊວງ​ປ້ອງ​ກັນ​ປະ​ເທດ, ຄະນະ​ພັກ​ຕຳຫຼວດ​ສູນ​ກາງ ​ແລະ ກະຊວງຕຳຫຼວດ, ກະຊວງ​ແຮງ​ງານ, ທະຫານ​ເສຍ​ອົ​ງ​ຄະ ​ແລະ ສັງຄົມ, ຄະນະຜູ້ແທນຄະນະ​ພັກ, ຄະນະ​ກຳມະການ​ປະຊາຊົນ​ນະຄອນ​ຮ່າ​ໂນ້ຍໄດ້ໄປວາງພວງມາລາ, ຖະຫວາຍທູບທຽນບູຊາ ອາໄລຫາບັນດານັກຮົບເສຍສະຫຼະຊີວິດເພື່ອຊາດຢູ່ ອະນຸສາ​ວະລີບັນດານັກຮົບເສຍສະຫຼະຊີວິດເພື່ອຊາດ​ ແລະ ​ເຂົ້າຄຳນັບ​ສຸສານ​ປະທານ​ໂຮ່ຈິ​ມິນ​​ເຊັ່ນ​ດຽວ​ກັນ.

ຂ່າວ/ບົດ​ອື່ນ