ພິທີຮັບກະແສນ້ຳມັນທຳອິດຈາກໂຄງການຊືຕື໋ເນົາແລະຊືຕື໋ວ່າງຕາເວັນຕົກສຽງໃຕ້

ພິທີຮັບກະແສນ້ຳມັນທຳອິດຈາກໂຄງການຊືຕື໋ເນົາແລະຊືຕື໋ວ່າງຕາເວັນຕົກສຽງໃຕ້ - ảnh 1
ພິທີຮັບກະແສນ້ຳມັນທຳອິດຈາກໂຄງການຊືຕື໋ເນົາ
ແລະຊືຕື໋ວ່າງຕາເວັນຕົກສຽງໃຕ້
photo:vov

(vovworld)-​​ຕອນ​ຄ່ຳ​ວັນ​ທີ 24/10, ຢູ່​ນະ​ຄອນ​ໂຮ່​ຈີ​ມີນ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຮ່​ວາງ​ຈູງ​ຫາຍ ແລະ ບັນ​ດາ​ຜູ້​ແທນ​ໄດ້​​ປະ​ຕິ​ບັດ​ພິ​ທີ​ການກົດ​ປຸ່ມ ເພື່ອ​ຮັບ​ກະ​ແສ​ນ້ຳ​ມັນ​ທຳ​ອິດ​ຈາກ ບໍ່​ຊື​ຕື໋​ເນົາ ແລະ ເຂດ​ເປີດກວ້າງບໍ່​ຊື​ຕື໋​ວ່າງ. 2 ໂຄງ​ການ​ດັ່ງ​ກ່າວ ໄດ້​ຮັບ​ການ​ຜັນ​ຂະ​ຫຍາຍ​ໃນ​ທ້າຍ​ປີ 2013, ມີ​ຍອດ​ຈຳ​ນວນ​ເງິນ​ລົງ​ທຶນ 870 ລ້ານ USD. ກ່າວ​ຄຳ​ເຫັນ​ນະ​ພິ​ທີ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຮ່​ວາງ​ຈູງ​ຫາຍ ເນັ້ນ​ຫນັກ​ວ່າ:

        “ບໍ​ລິ​ສັດ​ຮ່ວມ​ທຸ​ລະ​ກິດ​ບໍ​ລິ​ຫານ ກືວ​ລອງ JOC ໄດ້​ນຳ 2 ໂຄງ​ການ​ດັ່ງ​ກ່າວ​ເຂົ້າ​ເຄື່ອນ​ໄຫວ​ໄວ​ກວ່າ​ການ​ກຳ​ນົດ​ເວ​ລາ ໄດ້​ປະ​ກອບ​ສ່ວນ​ສຳ​ຄັນ​ໃນ​ການ​ຜະ​ລິດ​ປະ​ລິ​ມານ​ນ້ຳ​ມັນ​ດິບ​ປະ​ມານ 0,5 ລ້ານ​ໂຕນ, ປະ​ກອບ​ສ່ວນ​ໃຫ້​ແກ່​ປະ​ລິ​ມານ​ການ​ຜະ​ລິດ​ນ້ຳ​ມັນ​ໃນ​ປີ 2014. ພ້ອມ​ກັບ​ກຸ່ມ​ນ້ຳ​ມັນ​ອາຍ​ແກ​ສ​ແຫ່ງ​ຊາດ​ຫວຽດ​ນາມ ຍົກ​ປະ​ລິ​ມານ​ການ​ຜະ​ລິດ​ນ້ຳ​ມັນ​ໃຫ້​ລື່ນ​ກາຍ 1 ລ້ານ​ໂຕນ, ປະ​ກອບ​ສ່ວນ​ໃຫ້​ແກ່​ການ​ເຕີບ​ໂຕ​ເສດ​ຖະ​ກິ​ດ​ໃນ​ປີນີ້​ຂອງ​ຫວຽດ​ນາມ.ນີ້​ແມ່ນ​ສິ່ງ​ສຳ​ຄັນ​ທີ່​ສຸດ.”

ຂ່າວ/ບົດ​ອື່ນ