ພິທີຮັບໃບຢັ້ງຢືນເຂດທັດສະນີຍະພາບເຮືອງເຊີນເປັນປູຊະນີຍະສະຖານລະດັບຊາດພິເສດ

(VOVWORLD) - ເຂົ້າຮ່ວມພິທີມີທ່ານ ຮ່ວາງຈູງຫາຍ, ກຳມະການກົມການເມືອງ, ເລຂາຄະນະພັກນະຄອນຫຼວງ ຮ່າໂນ້ຍ
ພິທີຮັບໃບຢັ້ງຢືນເຂດທັດສະນີຍະພາບເຮືອງເຊີນເປັນປູຊະນີຍະສະຖານລະດັບຊາດພິເສດ - ảnh 1ພິທີຮັບໃບຢັ້ງຢືນ

ຕອນຄ່ຳວັນທີ 19 ກັນຍາ, ພິທີສະເຫຼີມສະຫຼອງ 130 ປີແຫ່ງວັນສ້າງຕັ້ງເມືອງ ໝີດຶກ (1888 – 2018), ສະເຫຼີມສະຫຼອງລຸງໂຮ່ໄປຢ້ຽມຢາມວັດ ເຮືອງ (1958 – 2018) ຄົບຮອບ 60 ປີແລະ ຮັບໃບຢັ້ງຢືນເຂດທັດສະນີຍະພາບ ເຮືອງເຊີນ ເປັນປູຊະນີຍະສະຖານລະດັບຊາດພິເສດ ໄດ້ຈັດຕັ້ງຢ່າງສົມກຽດ ຢູ່ວິຫານ ຈິ່ງຫງູຫຍາກ. ເຂົ້າຮ່ວມພິທີມີທ່ານ ຮ່ວາງຈູງຫາຍ, ກຳມະການກົມການເມືອງ, ເລຂາຄະນະພັກນະຄອນຫຼວງ ຮ່າໂນ້ຍ; ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ. ກ່າວຄຳເຫັນທີ່ພິທີ, ທ່ານເລຂາຄະນະພັກນະຄອນ ຮ່າໂນ້ຍ ຮ່ວາງຈູງຫາຍ ຢັ້ງຢືນວ່າ:

        “ພິທີຮັບໃບຢັ້ງຢືນເຂດປູຊະນີຍະສະຖານລະດັບຊາດພິເສດສຳລັບເຂດປູຊະນີຍະສະຖານປະຫວັດສາດ ແລະ ເຂດທັດສະນີຍະພາບ ເຮືອງເຊີນ (ວັດ ເຮືອງ) ປີນີ້ແມ່ນຄວາມເປັນກຽດ, ຄວາມເອກອ້າງທະນົງໃຈ, ຂອງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນເມືອງ ໝີດຶກ ແລະ ທັງນະຄອນ. ຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນນະຄອນຫຼວງຈະຕັດສິນໃຈປົກປັກຮັກສາ, ເສີມຂະຫຍາຍຄຸນຄ່າເພື່ອພັດທະນາສະຖານທີ່ແຫ່ງນີ້ບໍ່ພຽງແຕ່ແມ່ນຈຸດນັດພົບດຶງດ້ານການທ່ອງທ່ຽວວັດທະນະທຳດ້ານຈິດວິນຍານຕໍ່ປະຊາຊົນທົ່ວປະເທດ ແລະ ເພື່ອນມິດສາກົນເທົ່ານັ້ນ ຫາກຍັງແມ່ນສະຖານທີ່ສຶກສາກ່ຽວກັບປະຫວັດສາດ - ວັດທະນະທຳ, ທັດສະນີຍະພາບ, ປົກປັກຮັກສາສິ່ງແວດລ້ອມອີກດ້ວຍ.”

        ແລະ ທີ່ພິທີ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ໄດ້ມອບໃບຢັ້ງຢືນຈັດອັນດັບເຂດປູຊະນີຍະສະຖານປະຫວັດສາດແຫ່ງຊາດໃຫ້ການນຳ ຄະນະກຳມະການປະຊາຊົນເມືອງ ໝີດຶກ ແລະ ຄະນະເຈົ້າອາວາດວັດ.

ຕອບກັບ

ຂ່າວ/ບົດ​ອື່ນ