ພິທີເປີດການເຄື່ອນໄຫວປີແລກປ່ຽນວັດທະນະທຳອາຊຽນ-ຈີນ

ພິທີເປີດການເຄື່ອນໄຫວປີແລກປ່ຽນວັດທະນະທຳອາຊຽນ-ຈີນ - ảnh 1

ພາບປະກອບ

(vovworld) – ຕອນ​ຄໍ່າ​ວັນ​ທີ 7/4, ທີ່ ປັກ​ກິ່ງ, ​ໄດ້​ຈັດພິທີ​​ເປີດ​ການ​ເຄື່ອນ​​ໄຫວປີແລກປ່ຽນວັດທະນະທຳ ອາຊຽນ - ຈີນ ຢ່າງ​ເປັນ​ທາງ​ການ. ​ເຫດການ​ດັ່ງກ່າວ​ແມ່ນ​ການ​ເຄື່ອນ​ໄຫວ​ໂດຍ​ກະຊວງ​ວັດທະນະທຳ ​ແລະ ກະຊວງ​ການ​ຕ່າງປະ​ເທດ ຈີນ ສົມທົບ​ກັນ​ຈັດຕັ້ງຕາມ​ສັນຍາ​ທີ່​ບັນລຸ​ໄດ້​ລະຫວ່າງ​ການ​ນຳ​ຂັ້ນສູງ ຈີນ ​ແລະ 10 ປະ​ເທດ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​​ເມື່ອ​ທ້າ​ຍປີ​ກ່າຍເນື່ອງ​ໃນ​ໂອກາດ 10 ປີ​ແຫ່ງ​ວັນ​ສ້າງຕັ້ງສາຍ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ສອງ​ຝ່າຍ. ​ກ່າວ​ຄຳ​ເຫັນ​ໄຂ​ພິທີ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຈີນ ລ໋ຽວ​ແຢນຕຸ​ງ ເນັ້ນໜັກວ່າ​ ຈີນ ປາດ​ຖະໜາຢາກ​ເປັນ​ຂົວ​ຕໍ່​ພ້ອມກັບ​ບັນ​ດາ​ປະ​ເທດ ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ເຮັດ​ໃຫ້​ສາຍ​ພົວພັນ​ສອງ​ຝ່າຍ​ໃນ​ຂົງ​ເຂດ​ພົວພັນແລກປ່ຽນປະຊາຊົນເລີກ​ເຊີ່ງ​ກວ່າ​ອີກ, ​ເພື່ອ​ເພີ່ມ​ທະວີ​ການ​ຮ່ວມ​ມື, ຮັດແໜ້ນນ້ຳ​ໃຈ​ມິດຕະພາບ​ລະຫວ່າງ​ປະຊາຊົນ ຈີນ - ອາຊຽນ.

​ເຂົ້າ​ຮ່ວມ​ພິທີ​​ເປີດ, ທ່ານ​ນາງ ດັ້ງ​ທິບີ​ກລຽນ, ຮອງ​ລັດຖະມົນຕີ​ກະຊວງ​ວັດທະນະທຳ ກິລາ ​ແລະ ທ່ອງ​ທ່ຽວ ຫວຽດນາມ,​ ຫົວຫນ້າ​ຄະນະ​ຜູ້​ແທນ​ຫວຽດນາມ ​​​ໃຫ້​ຮູ້​ວ່າ: ຫວຽດນາມ ຕີ​ລາຄາ​ສູງ​ເລື່ອງ​ຈັດ​ຕັ້ງ​ປີ​ແລກປ່ຽນ​ວັດທະນະທຳ ອາ​ຊຽນ -ຈີນ ​ແລະ ຖື​ວ່າ ນີ້​ແມ່ນ​ກາລະ​ໂອກາດ​ດີ ​ເພື່ອ​ແນ​ະນຳ​ວັດທະນະທຳ, ​ເພີ່ມ​ທະວີ​ຄວາມ​ເຂົ້າ​ໃຈ ​ແລະ ນຳ້​ໃຈ​ມິດຕະພາບ​ລະຫວ່າງ​ປ​ະຊາ​ຊົນ​ສອງ​ປະ​ເທດ.

        “​ໃນ​ຫລາຍ​ປີຜ່ານມາ, ບໍ່​ພຽງ​ແຕ່​ໃນ​ຂອບ​ເຂດ​ຫວຽດນາມ ກັບ ອາ​ຊຽນ​ເທົ່າ​ນັ້ນ ຫາກ ອາ​ຊຽນ ກັບ​ຈີນ, ຫວຽດນາມ ລ້ວນ​ແຕ່​ເປັນ​ສະມາຊິກ​ເຂົ້າ​ຮ່ວມ​ຢ່າງ​ຕັ້ງຫນ້າ​ບັນດາ​ການ​ເຄື່ອນ​ໄຫວທີ່​ໄດ້​ວາງ​ອອກ​ໃນ​ແຕ່ລະ​ປີ. ປີ​ນີ້, ຫວຽດນາມ ກໍ​ກະກຽມ​ເຂົ້າ​ຮ່ວມ​ການພົວພັນ​ແລກປ່ຽນ​ວັດທະນະທຳ ​ເພື່ອ​ໂຄສະນາ​ພາບ​ພົດ​ປະ​ເທດ​ຊາດ ​ແລະ ຊາ​ວຫວຽດນາມ.”

    ປີ​ແລກປ່ຽນວັດທະນະທຳ ອາຊຽນ - ຈີນ ຖືກ​ດຳ​ເນີນ​​ໃນ​ຕະຫຼອດ​ປີ​​ເຊີ່ງ​ມີປະມານ 150 ການ​ເຄື່ອນ​ໄຫວ​ໂດຍ 10 ປະ​ເທດ ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ​ແລະ ຈີນ ຈັດຕັ້ງດ້ວຍຫຼາຍຮູບແບບ​ທີ່​ອຸດົມສົມ​ບຸນ​ຄື  ກອງ​ປະຊຸມ, ການສະ​ແດງ​ສິລະ​ປະ, ການວາງສະ​ແດງ, ການພົບ​ປະແລກປ່ຽນ ​ແລະ ບຳລຸງ​ລ້ຽງຜູ້​ເກັ່ງ​ກ້າ​ສາມາດ, ໜັງສື​ພິມ, ຮູບ​ເງົາ, ການ​ພິມ​ຈຳໜ່າຍ, ກິລາ, ການທ່ອງທ່ຽວ, ສາສະໜາ, ການ​ພົບ​ປະ ແລກປ່ຽນລະຫວ່າງ​ໄວໜຸ່ມ….

 

 

ຕອບກັບ

ຂ່າວ/ບົດ​ອື່ນ