ພິທີເປີດຄ້າຍພັກແລ້ງຊາວໜຸ່ມເຍົາວະຊົນ ຫວຽດນາມ ທີ່ອາໄສຢູ່ຕ່າງປະເທດໄດ້ຈັດຕັ້ງຢູ່ນະຄອນ ໂຮ່ຈີມິນ

(VOVWORLD) - ຄ້າຍພັກແລ້ງຊາວໜຸ່ມ, ເຍົາວະຊົນ ຫວຽດນາມ ທີ່ອາໄສຢູ່ຕ່າງປະເທດ ແລະ ໄວໜຸ່ມນະຄອນ ໂຮ່ຈີມິນ ປີ 2018 ໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 23 ກໍລະກົດ ຢູ່ນະຄອນ ໂຮ່ຈີມິນ
ພິທີເປີດຄ້າຍພັກແລ້ງຊາວໜຸ່ມເຍົາວະຊົນ ຫວຽດນາມ ທີ່ອາໄສຢູ່ຕ່າງປະເທດໄດ້ຈັດຕັ້ງຢູ່ນະຄອນ ໂຮ່ຈີມິນ - ảnh 1 ພິທີເປີດຄ້າຍພັກແລ້ງຊາວໜຸ່ມເຍົາວະຊົນ ຫວຽດນາມ ທີ່ອາໄສຢູ່ຕ່າງປະເທດໄດ້ຈັດຕັ້ງຢູ່ນະຄອນ ໂຮ່ຈີມິນ

ດ້ວຍການເຂົ້າຮ່ວມຂອງຄ້າຍພັກແລ້ງ 60 ຄ້າຍໂດຍແມ່ນຊາວໜຸ່ມເຍົາວະຊົນ ຫວຽດນາມ ທີ່ອາໄສຢູ່ ລາວ, ກຳປູເຈຍ, ໄທ, ອາເມລິກາ, ເຢຍລະມັນ, ລັດເຊຍ…ໃນການເຂົ້າຮ່ວມຄ້າຍພັກແລ້ງນີ້, ບັນດາເພື່ອນໜຸ່ມຈະໄດ້ເຂົ້າຮ່ວມການເຄື່ອນໄຫວຢ້ຽມຢາມ ແລະ ມອບຂອງຂວັນໃຫ້ພວກນ້ອງນ້ອຍຢູ່ເຮືອນແຫ່ງຄວາມຮັກເມືອງ ກໍ່ເວີ໋ບ, ຮຽນວິທີປຸງແຕ່ງອາຫານ ຫວຽດນາມ…ເພື່ອນ Leung Ylang ຊາວ ຫວຽດນາມ ອາໄສຢູ່ ກຳປູເຈຍ ໄດ້ສະແດງຄວາມໃນໃຈວ່າ

        “ນີ້ແມ່ນຄັ້ງທີ 3 ທີ່ນ້ອງໄດ້ເຂົ້າຮ່ວມຄ້າຍພັກແລ້ງ. ນ້ອງຮູ້ສຶກມີຄວາມເບີກບານມ່ວນຊື່ນທີ່ສຸດ, ໄດ້ພົບປະກັບເພື່ອນເກົ່າ, ເພື່ອນໃໝ່, ໄດ້ຖອນຖອນບົດຮຽນ, ໄດ້ຢ້ຽມຢາມບ້ານເກີດເມືອງນອນຂອງນ້ອງ”.

ຕອບກັບ

ຂ່າວ/ບົດ​ອື່ນ